ວັນທີ 23 ພະຈິກນີ້, ທ່ານສືທ້າຍເຟີ່ງ, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຄະນະວຽກງານ ແນວໂຮມເອກະພາບສູນກາງພັກຄອມມູນິດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າຊຸດສຳມະນາບຸກຄະລາກອນດີເດັ່ນຜູ້ນຳຍຸກໃໝ່ລະຫວ່າງຈີນ-ໄທ.
ທ່ານສືທ້າຍເຟີ່ງກ່າວວ່າ,ຫວັງວ່າບັນດາສຳມະນາກອນຈະສືບຕໍ່ທຳຄວາມພະຍາຍາມ ເຂົ້າໃນພາລະກິດມິດຕະພາບລະຫວ່າງຈີນ-ໄທ, ຊ່ວຍຊຸກຍູ້ການ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ຊຸກຍູການແລກປ່ຽນດ້ານ ວັດທະນະທຳລະຫວ່າງຈີນ-ໄທ,ປະກອບສ່ວນ ເຂົ້າໃນການພັດທະນາທີ່ມີຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ.
ບັນດາສຳມະນາກອນໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ໄດ້ຮັບດ້ານການພັດທະນາຂອງຈີນໃນຍຸກໃໝ່, ຍິນດີເສີມຂະຫຍາຍທ່າແຮງ, ຊຸກຍູ້ການແລກປ່ຽນ ແລະການຮ່ວມມືທີ່ມີໄມຕີຈິດລະຫວ່າງຈີນ-ໄທ.