ການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຢູ່ຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະ ໄທຄັ້ງທີ 135 ສິ້ນສຸດລົງຢ່າງຈົບງາມ

2023-11-25 16:05:13 cri


ວັນທີ 24 ພະຈິກນີ້, ກຳປັ່ນປະຕິບັດກົດໝາຍ 4 ລຳຂອງຈີນທີ່ເຂົ້າຮ່ວມການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຢູ່ຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະ ໄທຄັ້ງທີ 135 ໄດ້ຈອດຢູ່ທ່າກຳປັ່ນຈິງຮ່າກິ່ງແຂວງສິບສອງພັ່ນນາຈີນຢ່າງສະດວກ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການເຄື່ອນໄຫວຄັ້ງນີ້ໄດ້ສິ້ນສຸດລົງຢ່າງຈົບງາມ. 

ໃນການເຄື່ອນໄຫວຄັ້ງນີ້, ພາກສ່ວນປະຕິບັດກົດໝາຍ 4 ປະເທດ ຄື: ຈີນ, ລາວ, ມຽນມາ ແລະ ໄທໄດ້ສົ່ງກຳປັ່ນປະຕິບັດກົດໝາຍ 7 ລຳ ແລະ ພະນັກງານ 176 ຄົນເຂົ້າຮ່ວມ, ໄດ້ເດີນເຮືອໄກຫຼາຍກວ່າ 600 ກິໂລແມັດ. ໂດຍຜ່ານການລາດຕະເວນຮ່ວມທາງນ້ຳ ແລະ ການກວດກາຮ່ວມທາງບົກ, ໄດ້ກວດກາລົດ 137 ຄັນ, ກວດກາຄົນ 285 ຄົນ ແລະ ສິນຄ້າຫຼາຍກວ່າ 60 ໂຕນ, ໄດ້ຈັບຜູ້ຂ້າມຟາກຜິດກົດໝາຍ 1 ຄົນ, ແກ້ໄຂອຸບັດຕິເຫດເຮືອຫຼົ້ມ 1 ຄັ້ງ ແລະ ຊ່ວຍເຫຼືອລູກເຮືອສັນຊາດລາວ 2 ຄົນ.