ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຢູ່ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ກ້າວລົງສູ່ລວງເລິກ ແລະ ຕິດແທດຕົວຈິງ

2023-11-25 11:25:51 cri


ຫວ່າງມໍ່ໆມານີ້, ຜູ້ຕາງໜ້າຈາກວົງການການເມືອງ ແລະ ການຄ້າ ທີ່ມາຈາກຈີນ, ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມໄດ້ຈັດກິດຈະກຳແລກປ່ຽນຢູ່ນະຄອນຈົງກິ່ງຂອງຈີນ ໂດຍໄດ້ເປິກສາຫາລືກ່ຽວກັບການຮ່ວມກັນຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຢູ່ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ກ້າວລົງສູ່ລວງເລິກ ແລະ ຕິດແທດຕົວຈິງ.

ກິດຈະກຳຄັ້ງນີ້ມີຫົວຂໍ້ວ່າ: ຮ່ວມກັນດື່ມນ້ຳຢູ່ແມ່ນ້ຳສາຍດຽວກັນ, ຮ່ວມກັນສ້າງເສັ້ນທາງທີ່ມີຄວາມສຸກ. ແຂກຜູ້ມີກຽດທັງພາຍໃນ ແລະ ຕ່າງປະເທດ 200 ກວ່າຄົນ ໄດ້ລົງເລິກຮັບຮູ້ເຂົ້າໃຈສະພາບການສ້າງວົງເສດຖະກິດສອງຕົວເມືອງຢູ່ນະຄອນເສິງຕູ່ ແລະ ນະຄອນຈົງກິ່ງ ລວມທັງຊ່ອງທາງໃໝ່ທາງບົກ ແລະທາງທະເລຢູ່ພາກຕາເວັນຕົກ.