ປະເທດຈີນ, ລາວ, ມຽນມາ ແລະໄທດຳເນີນການເຝິກຊ້ອມຄົ້ນຫາ ແລະກູ້ໄພຮ່ວມຢູ່ເຂດນ້ຳຂອງໃກ້ກັບບ້ານເມືອງມອມຂອງລາວ

2023-11-26 16:26:24 cri

ເມື່ອບໍ່ດົນມານີ້, ການເຝິກຊ້ອມຄົ້ນຫາ ແລະກູ້ໄພຮ່ວມທາງນ້ຳພາຍໃຕ້ລະຫັດ “ປົກປັກຮັກສາ-2023” ລະຫວ່າງຈີນ, ລາວ, ມຽນມາ ແລະໄທໄດ້ຈັດຂຶ້ນຮ່ວມກັນໂດຍພະແນກປ້ອງກັນຄວາມສະຫງົບ ແລະພະແນກຄົມມະນາຄົມຂົນສົ່ງຂອງແຂວງຢຸນນານຈີນ, ກໍຄືພາກສ່ວນປະຕິບັດກົດໝາຍທີ່ກ່ຽວຂ້ອງຂອງລາວ, ມຽນມາ ແລະໄທຢູ່ເຂດນ້ຳຂອງໃກ້ກັບບ້ານເມືອງມອມຂອງລາວ.

 

ການເຝິກຊ້ອມເທື່ອນີ້ໃຊ້ເວລາປະມານ 60 ນາທີ ເຊິ່ງໄດ້ກວດສອບການຕອບໂຕ້, ການຈັດການສຸກເສີນ ແລະຄວາມສາມາດປະສານງານຂອງພາກສ່ວນລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທໃນການຮັບມືກັບເຫດການສຸກເສີນທາງ, ຮັກສາຄວາມປອດໄພໃຫ້ເຮືອສິນຄ້າ ແລະປະຊາຊົນຢູ່ຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.