ສະຖາບັນການສຶກສາຊັ້ນສູງຢູ່ພາກຕາເວັນອອກສຽງເໜືອໄທຈັດການແຂ່ງຂັນທັກສະພາສາແລະວັດທະນະທຳຈີນ

2023-11-26 14:35:41 CRI


ເມື່ອມໍ່ໆມານີ້, ການແຂ່ງຂັນທັກສະພາສາແລະວັດທະນະທຳຈີນ “ຊິງລາງວັນເສັ້ນທາງສາຍໄໝ”ລະດັບສະຖາບັນການສຶກສາຊັ້ນສູງຢູ່ພາກຕາເວັນອອກສຽງເໜືອໄທຄັ້ງທີ7ໄດ້ຈັດຂຶ້ນຢູ່ສູນກິດຈະກຳວັດທະນະທຳສະຖາບັນຂົງຈື້ຂອງມະຫາວິທະຍາໄລມະຫາສາລະຄາມຂອງໄທ.



ຫົວຂໍ້ການແຂ່ງຂັນຄັ້ງນີ້ແມ່ນ “ສະໜິດສະໜົມເໝືອນຄົນໃນຄອບຄົວດຽວກັນຂອງໜຶ່ງແລວໜຶ່ງເສັ້ນທາງ, ພາສາຈີນ ວັດທະນະທຳຈີນແລະສາຍໃຍຜູກພັນຊາດຈີນ” ເຊິ່ງໄດ້ດຶງດູດສະຖາບັນການສຶກສາຊັ້ນສູງ13ແຫ່ງຈາກພາກຕາເວັນອອກສຽງເໜືອໄທລວມທັງມະຫາວິທະຍາໄລອານ-ອາຊາອິນໂດເນເຊຍ, ມະຫາວິທະຍາໄລແຫ່ງຊາດລາວເປັນຕົ້ນລວມທັງໝົດ15ແຫ່ງມີນັກສຶກສາແລະຄູອາຈານ300ກວ່າຄົນເຂົ້າຮ່ວມ.



ເນື້ອໃນການແຂ່ງຂັນປະກອບມີຄວາມຮູ້ປະຫວັດການແລກປ່ຽນລະຫວ່າງຈີນ-ໄທ, ຄວາມຮູ້ຮອບຕົວກ່ຽວກັບຈີນແລະວັດທະນະທຳຈີນ, ຄວາມສາມາດດ້ານສິລະປະວັນນະຄະດີຈີນ, ການອ່ານຕຳລາບູຮານຈີນແລະອື່ນໆ. ຜົນການແຂ່ງຂັນ ມະຫາວິທະຍາໄລມະຫາສາລະຄາມຂອງໄທໄດ້ຮັບລາງວັນທີ1,ມະຫາວິທະຍາໄລແຫ່ງຊາດລາວແລະມະຫາວິທະຍາໄລນະຄອນຣາດຊະສີມາໄດ້ທີ2, ສ່ວນ ມະຫາວິທະຍາໄລອຸບົນຣາດຊະທານີ, ມະຫາວິທະຍາໄລນະຄອນພະນົມ  ແລະມະຫາວິທະຍາໄລອຸບົນຣາດຊະທານີຣາຈັບຫັດ ໄດ້ທີ3.