ກອງທັບຈີນ ແລະ ລາວຈະຈັດກິດຈະກຳແລກປ່ຽນຢ່າງມີໄມຕີຈິດດ້ານການປ້ອງກັນປະເທດຢູ່ເຂດຊາຍແດນຄັ້ງທີ 4

2023-11-27 12:00:33 CRI


    ວັນທີ 28 ພະຈິກນີ້, ກອງທັບຈີນ ແລະ ລາວຈະຈັດກິດຈະກຳແລກປ່ຽນຢ່າງມີໄມຕີຈິດດ້ານການປ້ອງກັນປະເທດຢູ່ເຂດຊາຍແດນຄັ້ງທີ 4.



    ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຜູ້ນຳສູງສຸດຂອງສອງພັກ ສອງລັດຈີນ ແລະ ລາວ, ລົງເລິກມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຝ່າຍ, ເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດຢູ່ເຂດຊາຍແດນຂອງສອງປະເທດ ເພື່ອພ້ອມກັນຮັກສາສັນຕິພາບ ແລະ ຄວາມສະຫງົບຂອງພາກພື້ນ.