ຈີນ ແລະ ໄທຮ່ວມມືກໍ່ສ້າງໂຄງການຜະລິດໄຟຟ້າແສງຕາເວັນຢູ່ເທິງຫຼັງຄາໂຮງງານໄທ

2023-11-27 15:27:27 cri

    ໂຄງການຜະລິດໄຟຟ້າແສງຕາເວັນຢູ່ເທິງຫຼັງຄາໂຮງງານໃຫຍ່ທີ່ສຸດຢູ່ໄທໃນປັດຈຸບັນນີ້ແມ່ນຕັ້ງຢູ່ແຂວງຊົນບຸຣີ, ແມ່ນວິສາຫະກິດສອງປະເທດຈີນ-ໄທຮ່ວມມືກັນສ້າງຂຶ້ນ. ຫຼັງຈາກສ້າງສຳເລັດແລ້ວ,  ຄວາມສາມາດຜະລິດໄຟຟ້າທັງໝົດມີເຖິງ 24,24 ເມກາວັດ, ປະລິມານການຜະລິດໄຟຟ້າມີເຖິງ 30 ລ້ານກວ່າກິໂລວັດໂມງຕໍ່ປີ, ແຕ່ລະປີສາມາດຫຼຸດການປ່ອຍກາກບອນໄດ້ 30.000 ໂຕນ ແລະ ປະຢັດຖ່ານຫີນ 15.000 ໂຕນ.