ຄົນໄທ3ຄົນທີ່ຖືກກຸ່ມຮາມາດສຈັບເປັນຕົວປະກັນໄດ້ຮັບການປ່ອຍຕົວແລ້ວ

2023-11-27 11:52:13 cri


   ວັນທີ27ພະຈິກນີ້, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທໄດ້ກ່າວຜ່ານສື່ສັງຄົມອອນລາຍວ່າ: ຕອນຄ່ຳວັນທີ26ພະຈິກນີ້, ຄົນໄທ3ຄົນທີ່ຖືກຂະບວນການຕໍ່ຕ້ານອິດສະລາມິກຂອງປາແລັດສະຕີນ(ກຸ່ມຮາມາດສ) ຈັບເປັນຕົວປະກັນນັ້ນໄດ້ຮັບການປ່ອຍຕົວແລ້ວ ເຊິ່ງບຸກຄົນມີສຸຂະພາບດີ.

   ວັນທີ26ພະຈິກນີ້, ກອງພົນນ້ອຍ “ອານຄັດຊາມ” ທີ່ເປັນກອງປະກອບອາວຸດຂອງກຸ່ມຮາມາດສເປີດເຜີຍໃຫ້ຮູ້ວ່າ: ກອງພົນຕົນໄດ້ສົ່ງມອບຕົວປະກັນ ເຊິ່ງເປັນຄົນອິດສະຣາແອນ13ຄົນ,ຄົນໄທ3ຄົນແລະຄົນຣັດເຊຍ1ຄົນໃຫ້ຄະນະກຳມະການສະພາກາແດງສາກົນແລ້ວ.