ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຜ່ອນຄາຍລົງ, ຈີນໄດ້ເສີມຂະຫຍາຍບົດບາດຄືແນວໃດ?

2023-11-27 16:41:47 cri

ວັນທີ 22 ພະຈິກນີ້, ລັດຖະບານອິດສະຣາແອນ ແລະ ອົງການຮາມາສຂອງປາແລັດສະຕິນຕ່າງໄດ້ປະກາດວ່າ, ສອງຝ່າຍໄດ້ກ້າວເຖິງຂັ້ນເຊັນສັນຍາສະບັບໜຶ່ງ ທີ່ “ເອົາຕົວປະກັນແລກປ່ຽນການຢຸດຍິງ”. ການປະທະກັນລະຫວ່າງ ປາແລັດສະຕິນກັບອິດສະຣາແອນ ທີ່ແກ່ຍາວມາເປັນເວລາເດືອນປາຍ ໄດ້ປາກົດມີສະພາບການຜ່ອນຄາຍລົງ, ໃນນັ້ນ, ປະເທດໃຫຍ່ ທີ່ມີຈີນເປັນຕົວແທນໄດ້ເສີມຂະຫຍາຍບົດບາດສຳຄັນໃນເລື່ອງນີ້.


ຫວ່າງມໍ່ໆມານີ້, ໃນກອງປະຊຸມສຸດຍອດພິເສດກ່ຽວກັບບັນຫາປາແລັດສະຕິນກັບອິດສະຣາແອນຂອງກຸ່ມບຣິກສ ທີ່ຈັດຂຶ້ນໂດຍຜ່ານທາງວິດີໂອ, ຈີນໄດ້ກ່າວເນັ້ນອີກເທື່ອຫນຶ່ງວ່າ: ໜ້າທີີ່ຮິບດ່ວນທີ່ສຸດໃນປັດຈຸບັນແມ່ນຢຸດຍິງໃນທັນທີ, ຍຸດຕິການໃຊ້ກຳລັງຮຸນແຮງ ແລະ ຫຼອນໂຈມຕີປະຊາຊົນທຳມະດາສາມັນທຸກປະການ, ປ່ອຍຕົວປະຊາຊົນທີ່ຖືກກັກຕົວ ແລະ ຮັບປະກັນໃຫ້ຊ່ອງທາງຊ່ວຍເຫຼືອທາງມະນຸດສະທຳມີຄວາມປອດໄພ ແລະ ລຸລ່ວງດີ. ປະຊາຄົມໂລກຕ້ອງປະຕິບັດມາດຕະການຕົວຈິງ ເພື່ອປ້ອງກັນບໍ່ໃຫ້ການປະທະກັນຂະຫຍາຍກວ້າງອອກ ແລະ ມີຜົນກະທົບຕໍ່ສະຖຽນລະພາບຂອງພາກພື້ນຕາເວັນອອກກາງ. ຈີນຍັງໄດ້ກ່າວຢ່າງຈະແຈ້ງອີກຄັ້ງໜຶ່ງວ່າ, ເສັ້ນທາງພື້ນຖານໃນການແກ້ໄຂບັນຫາປາແລັດສະຕິນກັບອິດສະຣາແອນ ແມ່ນຈັດຕັ້ງປະຕິບັດຫຼັກໝັ້ນຂອງຈີນກ່ຽວກັບ “ແຜນການສອງປະເທດ” ແລະ ນີ້ແມ່ນນະໂຍບາຍພື້ນຖານໃນການແກ້ໄຂປາແລັດສະຕິນກັບອິດສະຣາແອນຢ່າງຖາວອນ. ຈຸດຢືນ ແລະ ຂໍ້ລິເລີ່ມຕ່າງໆຂອງຈີນໄດ້ສ່ອງແສງໃຫ້ເຫັນເຖິງຫຼັກການພື້ນຖານທີ່ຈີນໄດ້ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ໃນການແກ້ໄຂບັນຫາປາແລັດສະຕິນກັບອິດສະຣາແອນ ເພື່ອຊຸກຍູ້ໃຫ້ແກ້ໄຂບັນຫາປາແລັດສະຕິນກັບອິດສະຣາແອນຢ່າງຮອບດ້ານກວ່າເກົ່າ ແລະ ມີຄວາມຍຸດຕິທຳຢ່າງຖາວອນ.

ໃນຂະນະທີ່ຍຶດໝັ້ນຫຼັກການຍຸດຕິທຳ ແລະ ພາວະວິໄສແລ້ວ, ຈີນຍັງໄດ້ມີການກະທຳຕົວຈິງ ເພື່ອຊຸກຍູ້ໃຫ້ສະຖານະການປາແລັດສະຕິນກັບອິດສະຣາແອນໃຫ້ຜ່ອນຄາຍລົງ, ຫຼຸດຜ່ອນວິກິດການດ້ານມະນຸດສະທຳ ແລະ ເຮັດໃຫ້ພາກພື້ນຕາເວັນອອກກາງຟື້ນຟູສັນຕິພາບ ແລະ ສະຖຽນລະພາບ. ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ລົງເລິກແລກປ່ຽນຄວາມເຫັນກັບລັດຖະມົນຕີການຕ່າງປະເທດຂອງຫຼາຍປະເທດ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຫຼາຍອົງການຈັດຕັ້ງສາກົນ, ລັດຖະບານຈີນໄດ້ສົ່ງທູດພິເສດກ່ຽວກັບຕາເວັນອອກກາງໄປເຂົ້າຮ່ວມກອງປະຊຸມສຸດຍອດສັນຕິພາບເລີກແກ. ນັບແຕ່ເກີດການປະທະກັນຮອບໃໝ່ເປັນຕົ້ນມາ, ຫວ່າງມໍ່ໆມານີ້, ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຈີນໄດ້ຊຸກຍູ້ໃຫ້ສະພາຄວາມໝັ້ນຄົງຜ່ານມະຕິສະບັບທຳອິດ ທີ່ໄດ້ສຸມໃສ່ຄວາມເອົາໃຈໃສ່ດ້ານມະນຸດສະທຳ ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ເປັນຕົ້ນມາ. ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳສຸກເສີນທີ່ມີມູນຄ່າ 2 ລ້ານໂດລາໃຫ້ແກ່ອົງການປົກຄອງແຫ່ງຊາດປາແລັດສະຕິນ ແລະ ອົງການທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ, ໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳສຸກເສີນດ້ານອາຫານ ແລະ ຢຸກຢາທີ່ມີມູນຄ່າ 15 ລ້ານຢວນໃຫ້ແກ່ເຂດກາຊາ ໂດຍຜ່ານເອຢິບ.


ນອກນີ້, ໃນຕົ້ນປີນີ້, ຈີນໄດ້ເຮັດໃຫ້ອາຣັບບີຊາອຸດິດ ແລະ ອີຣານໄດ້ສ້າງສາຍພົວພັນທາງການທູດຄືນໃໝ່ ເຊິ່ງເຮັດໃຫ້ຈີນມີຊື່ສຽງນັບມື້ນັບສູງຂຶ້ນຢູ່ພາກພື້ນຕາເວັນອອກກາງ. ນອກນີ້, ຫຼາຍປະເທດໃນພາກພື້ນຕາເວັນອອກກາງມີຄວາມໄວ້ເນື້ອເຊື່ອໃຈອ່າວສູງຕໍ່ຈີນ, ຫຼາຍປະເທດໃນພາກພື້ນຕາເວັນອອກກາງ ແລະ ຫຼາຍປະເທດໃນໂລກຫວັງໃຫ້ຈີນເສີມຂະຫຍາຍບົດບາດຢ່າງຕັ້ງໜ້າກວ່າເກົ່າໃນພາກພື້ນຕາເວັນອອກກາງ. ລະຫວ່າງວັນທີ 20 ຫາ 21 ພະຈິກນີ້, ຄະນະຜູ້ແທນຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດອາຣັບ ແລະ ອິສລາມໄດ້ເດີນທາງມາຢ້ຽມຢາມຈີນ ແລະ ໄດ້ຕີລາຄາຢ່າງສູງຕໍ່ຫຼັກໝັ້ນຂອງຈີນໃນບັນຫາປາແລັດສະຕິນ.

ປັດຈຸບັນນີ້, ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຍັງປະເຊີນໜ້າກັບປັດໄຈບໍ່ແນ່ນອນຫຼາຍຢ່າງ, ດັ່ງທີ່ຈີນໄດ້ກ່າວເນັ້ນໜັກມາກ່ອນວ່າ, ປັດຈຸບັນ, ຝ່າຍຕ່າງໆຄວນຈັດຕັ້ງປະຕິບັດຕາມຄວາມຮຽກຮ້ອງໃນມະຕິທີ່ກ່ຽວຂ້ອງຂອງສະມັດຊາໃຫຍ່ ແລະ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຢ່າງແທ້ຈິງ, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນດ້ານສັນຕິພາບຂອງປະຊາຄົມໂລກ ເພື່ອຊຸກຍູ້ໃຫ້ບັນຫາປາແລັດສະຕິນໄດ້ຮັບການແກ້ໄຂຢ່າງຮອບດ້ານ, ຍຸດຕິທຳ ແລະ ຖາວອນ.