ມະເລເຊຍຈະຍົກເວັ້ນວິຊາເຂົ້າເມືອງໄລຍະ 30 ວັນໃຫ້ນັກທ່ອງທ່ຽວຫຼາຍປະເທດ

2023-11-27 15:22:29 cri


    ຕາມສື່ມວນຊົນທ້ອງຖິ່ນລາຍງານວ່າ: ທ່ານອັນວາ ອິບຣາຮີມ ນາຍົກລັດຖະມົນຕີມະເລເຊຍກ່າວໃນວັນທີ 26 ພະຈິກນີ້ວ່າ, ນັບແຕ່ວັນທີ 1 ທັນວາໜ້ານີ້ເປັນຕົ້ນໄປ, ມະເລເຊຍຈະປະຕິບັດມາດຕະການຍົກເວັ້ນວິຊາເຂົ້າເມືອງໄລຍະ 30 ວັນໃຫ້ນັກທ່ອງທ່ຽວຈີນເປັນຕົ້ນ.

    ນັບແຕ່ປະຕິບັດມາດຕະການນີ້ເປັນຕົ້ນໄປ, ນັກທ່ອງທ່ຽວຈີນ, ອາຣັບບີຊາອຸດິດ ແລະ ຕູຣາເຄຍເປັນຕົ້ນທີ່ໄປທ່ຽວມະເລເຊຍໄດ້ຮັບການຍົກເວັ້ນວິຊາຖ້າຫາກເຂົ້າໄປມະເລເຊຍບໍ່ເກີນ 30 ວັນ.