ອັງກິດຄວນຜະເຊີນໜ້າກັບຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງຫຼາຍປະເທດທີ່ທວງໃຫ້ສົ່ງຄືນວັດຖຸບູຮານທີ່ອັງກິດປຸ້ນເອົາໄປໂດຍໄວ

2023-11-28 16:56:27 cri

    ຢູ່ນະຄອນຫຼວງລອນດອນປະເທດອັງກິດມີຫໍພິພິທະພັນແຫ່ງຊາດອັງກິດແຫ່ງໜຶ່ງ. ໃນຫໍພິພິທະພັນແຫ່ງນີ້ເຫັນວ່າເຕັມໄປດ້ວຍວັດຖຸບູຮານຕ່າງໆ, ທີ່ຈິງແລ້ວມັນຖືກເອີ້ນວ່າ: “ສັນຍະລັກແຫ່ງການລັກລອບເອົາຢ່າງກວ້າງຂວາງ”. ຍ້ອນວ່າວັດຖຸບູຮານ 8 ລ້ານກວ່າອັນທີ່ສະສົມໄວ້ໃນຫໍພິພິທະພັນດັ່ງກ່າວ, ສ່ວນຫຼາຍແມ່ນລັກເອົາຈາກປະເທດອື່ນ. ໃນຫຼາຍປີມານີ້, ຫຼາຍປະເທດໄດ້ທວງໃຫ້ອັງກິດສົ່ງຄືນວັດຖຸບູຮານທີ່ອັງກິດປຸ້ນເອົາໄປຢ່າງຕໍ່ເນື່ອງ.

    ອັງກິດເຄີຍເປັນປະເທດມະຫາອຳນາດຂອງເອີຣົບທີ່ມີອານານິຄົມຢູ່ຕ່າງປະເທດຫຼາຍທີ່ສຸດ. ຫໍພິພິທະພັນແຫ່ງຊາດອັງກິດ, ກໍຄືຫໍວາງສະແດງປະຫວັດສາດການລ່າເມືອງຂຶ້ນຂອງອັງກິດ. ຈາກເຄື່ອງທອງສຳລິດເບນິນປະເທດນີເຊເລຍ, ຮອດກ້ອນຫີນ ໂຣເຊທະ (Rosetta Stone) ຂອງປະເທດເອຢິບ, ວັດຖຸບູຮານສ່ວນຫຼາຍຂອງຫໍພິພິທະພັນແຫ່ງຊາດອັງກິດສ່ວນຫຼາຍແມ່ນຫຼັກຖານທີ່ອັງກິດປຸ່ນເອົາມາຈາກຕ່າງປະເທດ. ໃນນັ້ນລວມທັງວັດຖຸບູຮານຈີນ 23.000 ອັນ.

    ເພື່ອທວງຄືນວັດຖຸບູຮານທີ່ຖືກປຸ້ນ, ຫຼາຍປະເທດລວມທັງປະເທດຈີນໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະ, ແຕ່ວ່າອັງກິດພັດປະຕິເສດການສົ່ງຄືນວັດຖຸບູຮານເຫຼົ່ານີ້ດ້ວຍຂໍ້ອ້າງ “ການປົກປັກຮັກສາຄວາມໝັ້ນຄົງຂອງວັດຖຸບູຮານ”. ປີ 1963, ລັດຖະສະພາອັງກິດຍັງໄດ້ດັດແກ້ “ກົດໝາຍວ່າດ້າຍຫໍພິພິທະພັນແຫ່ງຊາດອັງກິດ”, ຫ້າມບໍ່ໃຫ້ຫໍພິພິທະພັນແຫ່ງຊາດອັງກິດສົ່ງຄືນວັດຖຸບູຮານດ້ວຍຮູບການສ້າງກົດໝາຍ.

    ໃນຫຼາຍປີມານີ້, ຫຼາຍປະເທດໃນໂລກບໍ່ເຄີຍຢຸດເຊົາໃນການທາງຄືນວັດຖຸບູຮານທີ່ຖືກອັງກິດປຸ້ນເອົາໄປທັງນີ້, ກໍແມ່ນເພື່ອປົກປັກຮັກສາວັດທະນະທຳຂອງຊົນຊາດຕົນ, ຊຳລະລ້າງສິ່ງທີ່ເປັນຮ່ອງຮອຍຂອງລັດທິລ່າເມືອງຂຶ້ນ, ແລະ ກໍເປັນສ່ວນໜຶ່ງຂອງຂະບວນການຕໍ່ຕ້ານລັດທິລ່າເມືອງຂຶ້ນສາກົນ. ສະໄໝລ່າເມືອງຂຶ້ນໄດ້ຜ່ານໄປແລ້ວຈະບໍ່ມີວັນກັບຄືນມາອີກ, ອັງກິດຄວນຜະເຊີນໜ້າກັບຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງຫຼາຍປະເທດ ແລະ ສົ່ງວັດຖຸບູຮານທີ່ຖືກລັກລອບເອົາໄປຄືນມາໂດຍໄວ.