ເກີດຝົນຕົກໜັກຢູ່ຟິລິບປິນ ເຮັດໃຫ້ນ້ຳຖ້ວມມີຜູ້ເສຍຊີວິດ 5 ຄົນ ແລະ ປະສົບໄພຫຼາຍກວ່າ 1.130.000 ຄົນ

2023-11-28 11:35:22 CRI

    ສື່ມວນຊົນຟິລິບປິນລາຍງານວ່າ: ວັນທີ 27 ພະຈິກນີ້, ຫ້ອງການບັນເທົາໄພພິບັດແຂວງຊາມາເໜືອຟິລິບປິນແຈ້ງໃຫ້ຮູ້ວ່າ,ໄພນ້ຳຖ້ວມຍ້ອນຝົນຕົກໜັກທີ່ເກີດຂຶ້ນວ່າງມໍ່ໆມານີ້ໄດ້ເຮັດໃຫ້ ມີຜູ້ເສຍຊີວິດ 5 ຄົນ.



    ຄະນະກຳມະການບັນເທົາໄພພິບັດແຫ່ງຊາດຟິລິບປິນແຈ້ງໃຫ້ຮູ້ວ່າ: ມາຮອດເວລາ 8 ໂມງວັນທີ 27 ພະຈິກນີ້, ຍ້ອນຝົນຕົກໜັກໄດ້ເຮັດໃຫ້ມີຜູ້ປະສົບໄພຫຼາຍກວ່າ 1.130.000 ຄົນ.