ສາມປະເທດ“ບ້ານໃກ້ເຮືອນຄຽງທີ່ຍ້າຍໜີຈາກກັນບໍ່ໄດ້” ກຽມໂຕອອກເດີນທາງຄັ້ງໃໝ່

2023-11-28 16:11:29 cri

ໂດຍຫ່າງກັນເປັນເວລາ 4 ປີ, ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີໄດ້ພົບປະກັນອີກ. ວັນທີ 26 ພະຈິກນີ້, ໃນກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ຍີ່ປຸ່ນ-ສ ເກົາຫຼີ ຄັ້ງທີ 10 ທີ່ຈັດຂຶ້ນຢູ່ນະຄອນບູຊານ ຂອງສາທາລະນະລັດເກົາຫຼີ, ສາມປະເທດດັ່ງກ່າວໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນໃນດ້ານຕ່າງໆກ່ຽວກັບການລົງເລິກການຮ່ວມມືສາມຝ່າຍ ພ້ອມທັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ສົນໃຈຮ່ວມກັນ.

“ປະເທດບ້ານໃກ້ເຮືອນຄຽງທີ່ຍ້າຍໜີຈາກກັນບໍ່ໄດ້” ຄືຄວາມເປັນຈິງທີ່ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີເປັນສາມປະເທດທີ່ຢູ່ສອງຟາກຝັ່ງທະເລທີ່ຢູ່ໃກ້ກັນ ແລະ ມີຄວາມເຊື່ອມຈອດກັນດ້ານວັດທະນະທຳ. ກົນໄກການຮ່ວມມືຈີນ-ຍີ່ປຸ່ນ-ສ.ເກົາຫຼີໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 1999 ແລະ ກາຍເປັນກົນໄກການຮ່ວມມືອະນຸພາກພື້ນທີ່ມີອິດທິພົນຫຼາຍທີ່ສຸດຢູ່ອາຊີເທື່ອລະກ້າວ.

ຈີນ, ຍີ່ປຸ່ນ ແລະ ສ ເກົາລີມີຂໍ້ຂັດແຍ້ງກັນກໍເປັນເລື່ອງທຳມະດາ ແຕ່ສິ່ງທີ່ສຳຄັນແມ່ນຮັກສາຄວາມຮັບຮູ້ທີ່ຖືກຕ້ອງຕໍ່ກັນ, ບໍ່ໃຫ້ຂໍ້ຂັດແຍ້ງກີດຂວາງສະພາບລວມຂອງການຮ່ວມມື. ຈີນເຄົາລົບຍີ່ປຸ່ນ ແລະ ສ ເກົາຫຼີໃນການພັດທະນາການພົວພັນກັບບັນດາປະເທດໃນໂລກ, ແຕ່ວ່າການພົວພັນໃດໆກໍບໍ່ສາມາດໃຊ້ເຂົ້າໃນການກົດໜ່ວງ ຫຼື ປິດລ້ອມປະເທດໃກ້ຄຽງ. ໃນກອງປະຊຸມດັ່ງກ່າວ, ຈີນໄດ້ສະເໜີບັນຫາຫຼັກການຕ່າງໆ ເຊິ່ງລວມທັງການເຄົາລົບເສັ້ນທາງການພັດທະນາ ແລະ ຜົນປະໂຫຍດແກນກາງຂອງກັນແລະກັນ, ແກ້ໄຂບັນຫາອ່ອນໄຫວຢ່າງເໝາະສົມ; ຄັດຄ້ານການຂີດເສັ້ນຕາມຮູບຖານຈິດສຳນຶກ, ຕໍ່ຕ້ານການເຮັດໃຫ້ການຮ່ວມມືພາກພື້ນຫັນເປັນການດຶງຝ່າຍດຶງພວກ; ຕ້ອງຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນໃຫ້ດີ, ຍຶດໝັ້ນການແກ້ໄຂຂໍ້ຂັດແຍ້ງໂດຍຜ່ານການສົນທະນາ ແລະ ການເຈລະຈາ ດ້ວຍສັນຕິວິທີ.

ສາມາດເຫັນໄດ້ວ່າ: ຄຳຮຽກຮ້ອງດັ່ງກ່າວແມ່ນແນໃສ່ສາເຫດທີ່ເຮັດໃຫ້ການພົວພັນຈີນ-ຍີ່ປຸ່ນ-ສ.ເກົາຫຼີປະສົບຄວາມຫຍຸ້ງຍາກໃນຫຼາຍປີມານີ້. ຫວັງວ່າຍີ່ປຸ່ນ ແລະ ສ.ເກົາຫຼີຈະເຂົ້າໃຈ ແລະ ປະຕິບັດດ້ວຍການກະທຳຕົວຈິງ ເພື່ອສ້າງພື້ນຖານໃຫ້ແກ່ການຮ່ວມມືສາມປະເທດກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ.