ຈີນ:ເຊື່ອໝັ້ນວ່ານະໂຍບາຍຍົກເວັ້ນວິຊາລະຫວ່າງຈີນ ກັບ ມະເລເຊຍຈະເພີ່ມພະລັງແຮງໃໝ່ເພື່ອເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ

2023-11-28 11:44:18 CRI

    ວັນທີ 27 ພະຈິກນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ:ຫຼັງຈາກຈີນປະກາດນະໂຍບາຍຍົກເວັ້ນວິຊາໃຫ້ມະເລເຊຍແຕ່ຝ່າຍດຽວໃນວັນທີ 24 ພະຈິກນີ້,  ທ່ານອັນວາ ອິບຣາຮີມ ນາຍົກລັດຖະມົນຕີມະເລເຊຍກ່າວໃນວັນທີ 26 ພະຈິກນີ້ວ່າ, ນັບແຕ່ວັນທີ 1 ທັນວາໜ້ານີ້ເປັນຕົ້ນໄປ,ມະເລເຊຍຈະປະຕິບັດມາດຕະການຍົກເວັ້ນວິຊາເຂົ້າເມືອງໄລຍະ 30 ວັນໃຫ້ພົນລະເມືອງຈີນ.ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?



    ທ່ານວ່າງເວີນປິ່ນຕອບວ່າ: ຈີນສະແດງຄວາມຊົມເຊີຍມະເລເຊຍປະຕິບັດນະໂຍບາຍການຍົກເວັ້ນວິຊາເຂົ້າເມືອງໄລຍະ 30 ວັນໃຫ້ພົນລະເມືອງຂອງຈີນ. ຈີນ ແລະ ມະເລເຊຍແມ່ນປະເທດໃກ້ຄຽງຂ້າມທະເລທີ່ມີໄມຕີຈິດ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໄດ້ມີມີເປັນເວລາພັນປີ. ປີນີ້, ສອງຝ່າຍມີຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນກ່ຽວກັບພ້ອມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ມະເລເຊຍ. ປີໜ້າແມ່ນປີທີສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 50 ປີ. ຈີນເຊື່ອໝັ້ນວ່າ, ນະໂຍບາຍຍົກເວັ້ນວິຊາທີ່ຈີນ ແລະ ມະເລເຊຍປະກາດໃນຫວ່າງມໍ່ໆມານີ້ຈະເພີ່ມພະລັງແຮງໃໝ່ເພື່ອເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ. ຈີນຍິນດີຮ່ວມກັບມະເລເຊຍ, ສືບຕໍ່ເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ ກັບ ມະເລເຊຍ, ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີລະຫວ່າງສອງປະເທດເກີດມີຜົນງານທີ່ສົມບູນກວ່າເກົ່າ.