ກຳປັ່ນທະຫານມະເລເຊຍ ແລະ ຫວຽດນາມສິ້ນສຸດການຢ້ຽມຢາມ ແລະ ເດີນທາງອອກຈາກຮົງກົງ

2023-11-28 11:26:03 CRI


    ວັນທີ 27 ພະຈິກນີ້, ກຳປັ່ນທະຫານສອງລຳຂອງມະເລເຊຍ ແລະ ຫວຽດນາມໄດ້ສິ້ນສຸດການຢ້ຽມຢາມສັນທະວະໄມຕີຕໍ່ເຂດຮົງກົງຈີນເປັນເວລາ 4 ວັນຢ່າງສຳເລັດຜົນ, ໄດ້ເດີນທາງອອກຈາກທ່າກຳປັ່ນອັງຊວນໂຈ່ວຂອງກອງທັບປົດປ່ອຍປະຊາຊົນຈີນປະຈຳຮົງກົງ.



     ການຢ້ຽມຢາມເທື່ອນີ້ໄດ້ເພີ່ມທະວີມິດຕະພາບລະຫວ່າງນາຍ ແລະ ພົນທະຫານຈີນ-ມະເລເຊຍ, ຈີນ-ຫວຽດນາມ, ລົງເລິກຄວາມເຂົ້າໃຈກັນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ພ້ອມດ້ວຍການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງກອງທັບຈີນ ແລະ ກອງທັບສອງປະເທດດັ່ງກ່າວ,ພ້ອມກັນນັ້ນຍັງໄດ້ເພີ່ມຄວາມຮັບຮູ້ທີ່ເປັນເອກະພາບກັນເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນຕື່ມອີກ.