ອັນທີ່ເອີ້ນວ່າ “ທຶນຕ່າງປະເທດໄຫຼອອກຈາກຈີນ” ບໍ່ຖືກຕ້ອງກັບຄວາມຈິງ

2023-11-29 15:58:42 cri

ອີງຕາມຕົວເລກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນເປີດເຜີຍສະແດງໃຫ້ເຫັນວ່າ, 10 ເດືອນປີນີ້, ຍອດມູນຄ່າການຄ້າລະຫວ່າງຈີນ-ອາເມຣິກາໄດ້ຫຼຸດລົງ 7,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງຕ່ຳກວ່າຈັງຫວະການເຕີບໂຕຂອງການຄ້າກັບຕ່າງປະເທດຂອງຈີນໃນໄລຍະດຽວກັນ. 5 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າລະຫວ່າງຈີນ-ອາເມຣິກາກໍໄດ້ປາກົດມີທ່ວງທ່າຄ້າຍຄືກັນ ເຊິ່ງໄດ້ຫຼຸດລົງ 5,5% ແລະ ກໍໄດ້ຕ່ຳກວ່າຈັງຫວະການເຕີບໂຕຂອງການຄ້າກັບຕ່າງປະເທດຂອງຈີນໃນໄລຍະດຽວກັນທີ່ໄດ້ເຕີບໂຕ 4,7%. ນີ້ຄືສາເຫດທີ່ເຮັດໃຫ້ນັກການເມືອງ ແລະ ສື່ມວນຊົນຕາເວັນຕົກຈຳນວນໜຶ່ງໄດ້ປ່າວປະກາດວ່າ, ທັງໝົດເຫຼົ່ານີ້ສະແດງວ່າ, ຈີນ ແລະ ອາເມຣິກາໄດ້ຕັດສາຍພົວພັນທາງເສດຖະກິດ, “ວິສາຫະກິດຕ່າງປະເທດໄດ້ໜີອອກຈາກຈີນ”, ແຕ່ສະພາບຕົວຈິງເປັນຄືແນວໃດ?


ເປັນຫຍັງຍອດມູນຄ່າການຄ້າລະຫວ່າງຈີນ-ອາເມຣິກາຈິ່ງໄດ້ຫຼຸດລົງ? ກ່ອນອື່ນ, ແມ່ນຍ້ອນວ່າເສດຖະກິດທົ່ວໂລກໄດ້ຊຸດໂຊມລົງ. ບໍ່ພຽງແຕ່ຍອດມູນຄ່າການຄ້າລະຫວ່າງຈີນ-ອາເມຣິກາໄດ້ຫຼຸດລົງເທົ່ານັ້ນ, ມູນຄ່າການຄ້າລະຫວ່າງຍີ່ປຸ່ນ-ອາເມຣິກາ, ລະຫວ່າງສ ເກົາຫຼີ-ອາເມຣິກາກໍໄດ້ຫຼຸດລົງເຊັ່ນກັນ; ສອງ, ຈີນໄດ້ກ້າວເຂົ້າສູ່ໄລຍະທີ່ຍົກລະດັບຂອງອຸດສາຫະກຳ, ໄປຄຽງຄູ່ກັບຄ່າເຊົ່າທີ່ດິນຂອງຈີນສູງຂຶ້ນ, ອຸດສາຫະກຳດັ້ງເດີມຕ່າງໆ ທີ່ໃຊ້ແຮງງານຫຼາຍຈຳນວນໜຶ່ງໄດ້ຍ້າຍໄປບ່ອນອື່ນ, ນີ້ເປັນທ່ວງທ່າທີ່ຖືກກັບກົດເກນຕະຫຼາດ; ສາມ, ອາເມຣິກາໄດ້ປະຕິບັດຍຸດທະສາດສະກັດກັ້ນຈີນ, ແລະ ໄດ້ໃຊ້ການກະທຳຕົວຈິງທີ່ “ຕັດສາຍພົວພັນທາງວິທະຍາສາດເຕັກໂນໂລຊີກັບຈີນ”, ນີ້ກໍແມ່ນສາເຫດທີ່ເບິ່ງຂ້າມບໍ່ໄດ້ ທີ່ເຮັດໃຫ້ຍອດມູນຄ່າການຄ້າລະຫວ່າງຈີນ-ອາເມຣິກາຫຼຸດລົງ.


ທີ່ຈິງແລ້ວ, ຈີນມີຕ່ອງໂສ້ອຸດສາຫະກຳທີ່ຄົບຖ້ວນທີ່ສຸດ ແລະ ມີລະດັບເຕັກນິກສູງຂຶ້ນເລື້ອຍໆໃນທົ່ວໂລກ, ຈີນມີບົດບາດທີ່ບໍ່ສາມາດທົດແທນໄດ້ໃນຕ່ອງໂສ້ອຸດສາຫະກຳໃນທົ່ວໂລກ. ສິ່ງທີ່ສຳຄັນກວ່ານັ້ນກໍຄື: ຈີນໄດ້ຍົກລະດັບຄວາມສາມາດການປະດິດສ້າງໃໝ່ເລື້ອຍໆ. ນອກນີ້, ຈີນຍັງໄດ້ສຸມໃສ່ການພັດທະນາດ້ານການຜະລິດແບບອັດສະລິຍະ, ເສດຖະກິດດີຈີຕອນ, ລົດໃຊ້ພະລັງງານໃໝ່ ແລະ ອຸດສາຫະກຳທີ່ມີຂະໜາດໃຫຍ່ອື່ນໆໃນຕະຫຼາດ. ສະນັ້ນ, ອັນທີ່ເອີ້ນວ່າ “ທຶນຕ່າງປະເທດໄຫຼອອກຈາກຈີນ” ແມ່ນບໍ່ຖືກຕ້ອງກັບສະພາບຄວາມເປັນຈິງ.