ຈີນຮຽກຮ້ອງໃຫ້ຝ່າຍຕ່າງໆຂອງມຽນມາຢຸດຍິງໂດຍໄວ ເພື່ອຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນຈີນ-ມຽນມາ

2023-11-29 10:21:40 CRI


     ວັນທີ 28 ພະຈິກນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໃນເວລາຕອບຄຳຖາມກ່ຽວກັບການສູ້ຮົບກັນຢູ່ພາກເໜືອມຽນມາ, ທ່ານວ່າງເວີນປິ່ນກ່າວວ່າ: ກ່ຽວກັບຫຼັກໝັ້ນຕໍ່ບັນຫາການສູ້ຮົບກັນຢູ່ພາກເໜືອມຽນມາ, ພວກຂ້າພະເຈົ້າໄດ້ບອກໃຫ້ຮູ້ຫຼາຍເທື່ອແລ້ວວ່າ, ຈີນເອົາໃຈໃສ່ຕໍ່ສະພາບການສູ້ຮົບກັນຢູ່ພາກເໜືອມຽນມາໃນລະດັບສູງ, ຮຽກຮ້ອງໃຫ້ຝ່າຍຕ່າງໆຂອງມຽນມາຢຸດຍິງໂດຍໄວ, ຍຶດໝັ້ນແກ້ໄຂຂໍ້ຂັດແຍ້ງໂດຍຜ່ານການສົນທະນາ,ການເປິກສາຫາລື ແລະ ດ້ວຍສັນຕິວິທີ,ເພື່ອຫຼີກເວັ້ນບໍ່ໃຫ້ສະພາບການຮ້າຍແຮງຂຶ້ນຕື່ມອີກ, ພ້ອມທັງນຳໃຊ້ມາດຕະການທີ່ບັງເກີດຜົນ ຮັບປະກັນໃຫ້ເຂດຊາຍແດນຈີນ-ມຽນມາມີຄວາມໝັ້ນຄົງ.