ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ນະຄອນຊຽງໃໝ່ຂອງໄທເກີດໄຟໄໝ້

2023-11-29 16:26:25 cri


   ວັນທີ 28 ພະຈິກນີ້, ຢູ່ຕະຫຼາດວະໂຣຣົດທີ່ເປັນຕະຫຼາດໃຫຍ່ກວ່າໝູ່ແລະເປັນບ່ອນທ່ອງທ່ຽວທີ່ມີຊື່ສຽງຢູ່ນະຄອນຊຽງໃໝ່ຂອງໄທ ມີຕຶກອາຄານການຄ້າແຫ່ງໜຶ່ງເກີດໄຟໄໝ້. ພາກສ່ວນດັບເພີງນະຄອນຊຽງໃໝ່ສົ່ງລົດດັບເພີງໄປ 20 ກວ່າຄັນແລະໃຊ້ເວລາ3ຊົ່ວໂມງປາຍຈິ່ງມອດໄຟໄດ້. ອຸບັດເຫດເທື່ອນີ້ໄດ້ທຳລາຍຮ້ານຄ້າ 10 ແຫ່ງ, ຕາມການປະເມີນຜົນເສຍຫາຍເບື້ອງຕົ້ນ ຄາດວ່າຈະມີເຖິງ 10 ລ້ານບາດ.

   ຝ່າຍຕຳຫຼວດໄດ້ສັນນິຖານສາເຫດການເກີດອຸບັດເຫດເທື່ອນີ້ແມ່ນນັກທ່ອງທ່ຽວຈູດໂຄມໄຟຂຶ້ນສູ່ທ້ອງຟ້າໃນມື້ບຸນໄຫຼເຮືອໄຟໃນຕອນຄ່ຳມື້ດຽວກັນ. ປະຊາຊົນທ້ອງຖິ່ນບອກໃຫ້ຮູ້ວ່າ: ເມື່ອຮອດບຸນໄຫຼເຮືອໄຟຂອງທຸກປີ, ນັກທ່ອງທ່ຽວມັກໄປຈູດໂຄມໄຟຂຶ້ນສູ່ທ້ອງຟ້າຢູ່ຂ້າງຂົວແຫ່ງໜຶ່ງທີ່ໄກຈາກບ່ອນເກີດອຸບັດເຫດປະມານສອງສາມແມັດ.