ທ່ານສີຈິ້ນຜິງໄດ້ເຄື່ອນໄຫວຢ້ຽມຢາມນະຄອນຊຽງໄຮ້ຈີນ

2023-11-30 15:20:22 cri

 

    ລະຫວ່າງວັນທີ 28-29 ພະຈິກນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ເຄື່ອນໄຫວຢ້ຽມຢາມນະຄອນຊຽງໄຮ້ຈີນ.

    ທ່ານໄດ້ເຄື່ອນໄຫວຢ້ຽມຢາມຕະຫຼາດສິນຄ້າຊື້ຂາຍລ່ວງໜ້າຊຽງໄຮ້, ງານວາງສະແດງຜົນງານການປະດິດສ້າງດ້ານເຕັກໂນໂລຊີຊຽງໄຮ້, ເຮືອນພັກບຸລິມະສິດສະເພາະຜູ້ສ້າງສາ ແລະ ຜູ້ບໍລິຫານຕົວເມືອງຍຸກໃໝ່ເມືອງໝີນຮາງນະຄອນຊຽງໄຮ້, ເພື່ອຊອກຮູ້ສະພາບຕ່າງ ເຊັ່ນ: ນະຄອນຊຽງໄຮ້ເພີ່ມທະວີກຳລັງແຂ່ງຂັນໃນຖານະເປັນສູນກາງດ້ານທະນາຄານສາກົນ, ຊຸກຍູ້ການສ້າງເປັນສູນປະດິດສ້າງດ້ານເຕັກໂນໂລຊີສາກົນ, ການສ້າງສາເຮືອນນະໂຍບາຍໃຫ້ເຊົ່າ ແລະອື່ນໆ.




    ຈາກດ້ານທະນາຄານຮອດເຕັກໂນໂລຊີຈົນຮອດຊີວິດການເປັນຢູ່ຂອງປະຊາຊົນ, ການຢ້ຽມຢາມນະຄອນຊຽງໄຮ້ຂອງທ່ານສີຈິ້ນຜິງໃນຄັ້ງນີ້ໄດ້ສະແດງໃຫ້ເຫັນຢ່າງເລິກເຊິ່ງວ່າ: ການພັດທະນາຢ່າງມີຄຸນນະພາບສູງ ແລະ ຊີວິດການເປັນຢູ່ທີ່ມີຄຸນນະພາບສູງ ແມ່ນຫຼັກການທີ່ຄວນປະຕິດບັດໃນການຊຸກຍູ້ການສ້າງປະເທດທີ່ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ.