ສະພາຕ່ຳຟິລິປິນຮັບຮອງເອົາຍັດຕິວ່າດ້ວຍດິນຟ້າອາກາດ

2023-11-30 16:13:32 cri


   ສື່ມວນຊົນຟິລິບປິນລາຍງານໃຫ້ຮູ້ວ່າ: ວັນທີ 29 ພະຈິກນີ້, ສະພາຕ່ຳຟິລິປິນໄດ້ຮັບຮອງເອົາຍັດຕິສະບັບໜຶ່ງ ໂດຍມີແຜນດຈະປະກາດວ່າໃຫ້ທົ່ວປະເທດຟິລິບປິນກ້າວເຂົ້າສູ່ພາວະສຸກເສີນທີ່ດິນຟ້າອາກາດປ່ຽນແປງຢ່າງຮ້າຍແຮງ.

   ສະພາຕ່ຳຟິລິປິນແຈ້ງໃຫ້ຮູ້ວ່າ: ຍັດຕິສະບັບນີ້ເພື່ອຍົກສູງຄວາມສາມາດຂອງຟິລິບປີນໃນການຟື້ນຟູແລະສອດຄ່ອງກັບຜົນກະທົບຍ້ອນດິນຟ້າອາກາດປ່ຽນແປງ,ລັດຖະບານມີຄວາມຈຳເປັນຕ້ອງວາງມາດຕະການສະກັດກັ້ນບໍ່ໃຫ້ໂລກອຸ່ນຂຶ້ນ ທັງກະກຽມເງິນທຶນ. ຍັດຕິສະບັບນີ້ຍັງກຳນົດວ່າ:ຈະຈັດກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃນອາທິດທີສອງຂອງເດືອນກັນຍາແຕ່ລະປີ.

   ຍັດຕິສະບັບນີ້ຍັງຈະຍື່ນໃຫ້ສະພາສູງຟິລິບປິນພິຈາລະນາຕື່ມອີກ.