ສັງເກດຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງລົດອັດສະລິຍະຈາກງານວາງສະແດງໃນການຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນ

2023-11-30 16:08:38 cri

ວັນທີ 28 ພະຈິກ 2023, ງານວາງສະແດງໃນການຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ.ຈີນ. ນີ້ແມ່ນງານວາງສະແດງລະດັບຊາດແຫ່ງທຳອິດໃນໂລກທີ່ເນັ້ນຫົວຂໍ້ຕ່ອງໂສ້ການສະໜອງ, 5 ຕ່ອງໂສ້ໃຫຍ່ເຊັ່ນ: ລົດອັດສະລິຍະ, ກະສິກຳແບບສີຂຽວ, ພະລັງງານສະອາດ ແລະ ອື່ນໆໂດຍຖື “ຕ່ອງໂສ້” ເປັນສື່ກາງ, ແລະໃຊ້ງານວາງສະແດງແທນການປະຊຸມ, ຕ່ອງໂສ້ການສະໜອງຈະເຊື່ອມຈອດທົ່ວໂລກ ແລະ ເຊື່ອມຕໍ່ອະນາຄົດເປັນແນວໃດ.

ບໍລິສັດ Tesla ເຊິ່ງເປັນວິສາຫະກິດນຳໜ້າການຜະລິດລົດທີ່ໃຊ້ພະລັງໄຟຟ້າອັດສະລິຍະຊັ້ນນຳຂອງໂລກໄດ້ເຂົ້າຮ່ວມງານວາງສະແດງໃນການຊຸກຍູ້ຕ່ອງໂສ້ການສະໜອງຄັ້ງນີ້, ແລະ ໄດ້ວາງສະແດງໝາກຜົນຂອງຕົນໃນດ້ານການຊຸກຍູ້ຕ່ອງໂສ້ການສະໜອງຫັນເປັນແບບພາກພື້ນ. ກ່ອນນີ້ 4 ປີຢູ່ນະຄອນຊຽງໄຮ້ຂອງຈີນ, ໂຮງງານໄດ້ເຂົ້າສູ່ການຜະລິດຢ່າງເປັນທາງການ. ສິ່ງທີ່ໜ້າສົນໃຈນັ້ນກໍຄື, ລົດທີ່ຜະລິດຈາກໂຮງງານຜະລິດລົດ Tesla ທີ່ຕັ້ງຢູ່ນະຄອນຊຽງໄຮ້ນັ້ນບໍ່ພຽງແຕ່ໄດ້ຕອບສະໜອງຄວາມຕ້ອງການຂອງຕະຫຼາດຈີນເທົ່ານັ້ນ, ແຕ່ຍັງໄດ້ແບກຫາບໜ້າທີ່ສົ່ງອອກໄປຕ່າງປະເທດຫຼາຍກວ່າເຄິ່ງໜຶ່ງຂຶ້ນໄປ. ຈາກເຄື່ອງອາໄຫຼ່ສ່ວນຫຼາຍຕ້ອງນຳເຂົ້າຈາກຕ່າງປະເທດໃນຂັ້ນເລີ່ມຕົ້ນ, ຮອດປັດຈຸບັນເຄື່ອງອາໄຫຼ່ 95% ມ່ນຜະລິດຢູ່ປະເທດຈີນ, ຜົນສຳເລັດທີ່ບໍລິສັດ Tesla ໄດ້ຮັບໃນຈີນສາມາດສະແດງໃຫ້ເຫັນເຖິງຜົນສຳເລັດທີ່ໄດ້ຮັບຈາກຕ່ອງໂສ້ການສະໜອງຂອງຈີນ.

ຢູ່ໃນງານວາງສະແດງໃນການຊຸກຍູ້ຕ່ອງໂສ້ການສະໜອງຄັ້ງນີ້, ບໍລິສັດ Geely Auto ຂອງຈີນໄດ້ວາງສະແດງຜະລິດຕະພັນທີ່ໃຊ້ພະລັງງານໃໝ່ຫຼາຍຢ່າງ ແລະ ເຕັກນິກລະດັບແນວໜ້າຕ່າງໆເຊັ່ນ: ເຕັກນິກແບັດເຕີຣີ(BMS), ເຄື່ອງຈັກທີ່ໃຊ້ພະລັງໄຟຟ້າ(MCU) ແລະ ລະບົບຄຸ້ມຄອງໄຟຟ້າ(VCU) ທີ່ຄົ້ນຄວ້າຜະລິດດ້ວຍຕົນເອງ, ເຕັກນິກເມຕິລິກ, ຊິບ, ດາວທຽມ ແລະເຕັກນິກອື່ນໆ. ຈາກຊື້ຫຸ້ນສ່ວນ ແລະ ຮ່ວມມືກັບບໍລິສັດ Renault ສາຂາ ສ.ເກົາຫຼີໃນດ້ານການຄົ້ນຄວ້າຜະລິດ ແລະສະໜອງເຕັກນິກພະລັງງານປະສົມທີ່ທັນສະໄໝ ແລະ ເຕັກນິກພະລັງງານນ້ຳມັນເຊື້ອໄຟທີ່ມີປະສິດທິພາບສູງໃຫ້ແກ່ບໍລິສັດ Renault ສາຂາ ສ.ເກົາຫຼີ, ຈົນຮອດສົ່ງອອກຜະລິດຕະພັນຫຼາຍຢ່າງ ແລະ ເຕັກນິກເຄື່ອງຈັກແບບຍຸດທະສາດໃຫ້ແກ່ບໍລິສັດລົດ Proton ຂອງມາເລເຊຍໃນການຮ່ວມມືກັບບໍລິສັດດັ່ງກ່າວ, ໃນຫຼາຍປີມານີ້, ບໍລິສັດ Geeyl Auto ຂອງຈີນອາໄສທ່າແຮງທີ່ມີລະບົບຂອງໂລກ, ຕັ້ງໜ້າຕອບສະໜອງຄວາມຮຽກຮ້ອງຂອງປະເທດຊາດທີ່ເພີ່ມຕ່ອງໂສ້ການສະໜອງໃຫ້ເຂັ້ມແຂງກວ່າເກົ່າໃນການສົ່ງອອກເຕັກນິກດ້ວຍສາຍຕາທີ່ກວ້າງໄກຄື: ໜຶ່ງ, ສ້າງລະບົບຕ່ອງໂສ້ການສະໜອງທີ່ມີຄວາມສາມາດແຂ່ງຂັນໃນທົ່ວໂລກດ້ວຍການແບ່ງປັນຊັບພະຍາກອນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ສອງ, ໂດຍຜ່ານຮູບການຄົ້ນຄວ້າຜະລິດດ້ວຍຕົນເອງ ແລະ ປະດິດສ້າງໃໝ່ຮ່ວມກັບບໍລິສັດອື່ນເພື່ອຕັ້ງໜ້າຊຸກຍູ້ການພັດທະນາຕ່ອງໂສ້ການສະໜອງພາຍໃນປະເທດ.

ໃນຂະບວນການທີ່ອຸດສາຫະກຳລົດຍົນຈີນພະຍາຍາມສ້າງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທີ່ມີຄວາມໝັ້ນໜຽວ ແລະ ຄວາມໝັ້ນຄົງຫຼາຍກວ່າເກົ່ານັ້ນ, ວິສາຫະກິດທີ່ດີເດັ່ນຂອງຈີນຈຳນວນໜຶ່ງໄດ້ພົ້ນເດັ່ນຂຶ້ນມາ, ແລະ ກາຍເປັນວິສາຫະກິດດີເດັ່ນທີ່ດຳເນີນທຸລະກິດໃນຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກ. ວິສາຫະກິດ CALT ກໍແມ່ນໜຶ່ງໃນວິສາຫະກິດເຫຼົ່ານີ້. ໃນຖານະເປັນວິສາຫະກິດເຂົ້າຮ່ວມງານວາງສະແດງຄັ້ງນີ້ ແລະ ເປັນໜຶ່ງໃນຕ່ອງໂສ້ການສະໜອງດ້ານລົດອັດສະລິຍະ ແລະ ພະລັງງານສະອາດ, ເຂດວາງສະແດງຂອງ CALT ໄດ້ເຕົ້າໂຮມວິສາຫະກິດ 24 ແຫ່ງທີ່ນຳໜ້າຂອງຂະແໜງການໃນຕ່ອງໂສ້ອຸດສາຫະກຳພະລັງງານໃໝ່ເຊັ່ນ: ວັດຖຸສຳເລັດຜະລິດໝໍ້ໄຟລິດທຽມ, ໂຄງສ້າງໝໍ້ໄຟ, ການຜະລິດໝໍ້ໄຟທີ່ມີກຳລັງແຮງສຸດຂີດ, ລົດໃຊ້ພະລັງງານໃໝ່ ແລະ ການຜະລິດລົດໃຊ້ພະລັງງານໃໝ່, ການປະດິດສ້າງໃໝ່ດ້ານຮູບແບບການຄ້າ ແລະ ອື່ນໆ, ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດຫຼ້າສຸດຂອງ CALT ໃນຂົງເຂດລະບົບສະສົມພະລັງງານ ແລະ ໝໍ້ໄຟທີ່ໃຊ້ໃນລົດອັດສະລິຍະ.

ໂດຍຜ່ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງລົດອັດສະລິຍະຂອງຈີນພວກເຮົາສາມາດເຫັນໄດ້ວ່າ: ປະເທດຈີນບໍ່ພຽງແຕ່ເປັນຜູ້ເຂົ້າຮ່ວມ, ແລະ ຜູ້ໄດ້ຮັບຜົນປະໂຫຍດຈາກການຮ່ວມມືຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກເທົ່ານັ້ນ, ແຕ່ຍັງເປັນຜູ້ປົກປັກຮັກສາ ແລະ ຜູ້ກໍ່ສ້າງອັນເດັດດ່ຽວ. ສ່ວນຄວາມໝັ້ນໜຽວ ແລະ ລະດັບຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກຍັງເປັນທ່າອຽງທີ່ບໍ່ສາມາດຫຼີກເວັ້ນໄດ້, ມີແຕການຮ່ວມມືທີ່ເປີດກວ້າງເທົ່ານັ້ນຈຶ່ງຈະສາມາດໄດ້ຮັບການຍົກລະດັບຢ່າງແທ້ຈິງ.