ທ່ານວາງຢີ້ພົບປະກັບລັດຖະມົນຕີການຕ່າງປະເທດມະເລເຊຍ

2023-11-30 10:35:31 CRI

    ວັນທີ 28 ພະຈິກນີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານຊຳບຣີ ອັບດຸນ ກາເດຍ ລັດຖະມົນຕີກະຊວງການຕ່າງປະເທດມະເລເຊຍ.


 

    ທ່ານວາງຢີ້ກ່າວວ່າ: ປີໜ້າຈະແມ່ນປີທີ່ຈີນ ກັບ ມະເລເຊຍສ້າງສາຍພົວພັນທາງການທູດຄົບຮອບ 50 ປີ. ຈີນຍິນດີຮ່ວມກັບມະເລເຊຍຖືເອົາການພ້ອມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ມະເລເຊຍເປັນທິດຊີ້ນຳ, ລົງເລິກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆຕື່ມອີກ, ຊຸກຍູ້ການພົວພັນຈີນ-ມະເລເຊຍໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.


    ທ່ານຊຳບຣີກ່າວວ່າ: ຈີນມບົດບາດອັນສຳຄັນໃນສາກົນ ແລະ ມີຫຼັກໝັ້ນທີ່ເປັນທຳຕໍ່ການປະທະກັນລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນມາໂດຍຕະຫຼອດ. ເມື່ອໄດ້ຮູ້ຂ່າວວ່າຈີນຈະຈັດກອງປະຊຸມລະດັບສູງຂອງສະພາຄວາມໝັ້ນຄົງ, ທ່ານອັນວາ ອິບຣາຮິມສັ່ງນາຍົກລັດຖະມົນຕີມະເລເຊຍໄດ້ມອບໃຫ້ຂ້າພະເຈົ້າມາເຂົ້າຮ່ວມກອງປະຊຸມເປັນພິເສດ. ເຊື່ອໝັ້ນວ່າ, ຈີນຈະເສີມຂະຫຍາຍບົດບາດການນຳພາ, ສະເໜີຂໍ້ລິເລິ່ມລະອຽດເພື່ອຊຸກຍູ້ການແກ້ໄຂວິກິດການໃນສະເພາະໜ້າ ໂດຍອີງຕາມຄວາມປາດຖະໜາຂອງປະເທດສ່ວນຫຼາຍທີ່ສຸດຂອງປະຊາຄົມໂລກ.