ຄົນໄທ ທີ່ຖືກກຸ່ມຮາມາດສຈັບເປັນຕົວປະກັນໄດ້ຮັບການປ່ອຍຕົວອີກ 2 ຄົນ

2023-11-30 15:17:51 cri

 

    ວັນທີ 29 ພະຈິກນີ້, ກະຊວງການຕ່າງປະເທດໄທໄດ້ຢືນຢັນວ່າ: ຄົນໄທ ທີ່ຖືກຂະບວນການຕໍ່ຕ້ານອິດສະລາມິກຂອງປາແລັດສະຕີນ ຫຼື ກຸ່ມຮາມາດສ ຈັບເປັນຕົວປະກັນນັ້ນໄດ້ຮັບການປ່ອຍຕົວອີກ 2 ຄົນ, ເຊິ່ງເປັນຄົນໄທຊຸດທີ 4 ທີ່ໄດ້ຮັບການປ່ອຍຕົວຈາກກຸ່ມຮາມາດສ.

    ນັບມາຮອດປັດຈຸບັນນີ້, ມີຄົນໄທທີ່ຖືກກຸ່ມຮາມາດສຈັບເປັນຕົວປະກັນໄດ້ຮັບການປ່ອຍຕົວແລ້ວ19 ຄົນ.