ກົນອຸບາຍທີ່ຍຸແຍ່ຄວາມຮັກແພງຖານພີ່ນ້ອງ ແລະ ທຳລາຍການພົວພັນລະຫວ່າງຈີນ ກັບ ມຽນມາຍ່ອມຈະປະລາໄຊ

2023-11-30 10:22:32 CRI


    ວັນທີ 29 ພະຈິກນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໃນເວລາຕອບຄຳຖາມກ່ຽວກັບສະຖານະການຢູ່ມຽນມາ, ທ່ານວ່າງເວີນປິ່ນກ່າວວ່າ: ຈີນ ກັບມຽນມາເປັນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດ, ຈີນເຄົາລົບອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງມຽນມາມາໂດຍຕະຫຼອດ, ພວກຂ້າພະເຈົ້າຫວັງວ່າສະຖານະການຢູ່ມຽນມາຈະມີຄວາມໝັ້ນຄົງ, ປະເທດມີການພັດທະນາຢ່າງຈິງຈັງ, ເດັດດ່ຽວສະໜັບສະໜູນມຽນມາຊຸກຍູ້ຂະບວນການສັນຕິພາບ, ກົນອຸບາຍໃດໆທີ່ຍຸແຍ່ຄວາມຮັກແພງຖານພີ່ນ້ອງແລະ ທຳລາຍກາຍພົວພັນລະຫວ່າງຈີນ ກັບ ມຽນມາຍ່ອມຈະປະລາໄຊ.