ມາທໍາຄວາມເຂົ້າໃຈກັບ “ບົດເລື່ອງໃຫຍ່” ແຫ່ງການຊຸກຍູ້ເຂດສາມຫຼ່ຽມແມ່ນໍ້າຢາງຊີກຽງພັດທະນາແບບເຊື່ອມໂຍງເຂົ້າກັນຂອງທ່ານສີຈິ້ນຜິງ

2023-12-01 11:04:36 CRI

 

   ວັນທີ 30 ພະຈິກ 2023 ຢູ່ກໍາແພງນະຄອນຊຽງໄຮ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານກອງປະຊຸມສໍາມະນາກ່ຽວກັບການຊຸກຍູ້ເຂດສາມຫຼ່ຽມແມ່ນໍ້າຢາງຊີກຽງພັດທະນາແບບເຊື່ອມໂຍງເຂົ້າກັນ ແລະ ກ່າວຄໍາປາໄສທີ່ສໍາຄັນ.



   ເຂດສາມຫຼ່ຽມແມ່ນໍ້າຢາງຊີກຽງປະກອບມີກໍາແພງນະຄອນຊຽງໄຮ້ເຊິ່ງເປັນນະຄອນໃຫຍ່ລະດັບສາກົນ ແລະ ແຂວງຈ່ຽງຊູ, ແຂວງເຈິ້ຈ່ຽງ ກັບ ແຂວງອ່ານຮຸ່ຍ ທີ່ເປັນແຂວງໃກ້ຄຽງກັນ, ຖືເປັນໜຶ່ງໃນເຂດທີ່ມີການພັດທະນາທາງດ້ານເສດຖະກິດຢ່າງຫ້າວຫັນທີ່ສຸດ, ມີລະດັບການເປີດປະຕູສູງທີ່ສຸດ, ມີຄວາມສາມາດດ້ານປະດິດສ້າງສູງທີ່ສຸດຂອງຈີນ, ຂະນະທີ່ລວມຍອດເສດຖະກິດຂອງເຂດດັ່ງກ່າວກວມເອົາ 1/4 ຂອງຈີນ, ການລົງທຶນໂດຍກົງຈາກນັກທຸລະກິດຕ່າງປະເທດກວມເອົາ 39% ຂອງຈີນ.



   ເດືອນພະຈິກ 2018 ຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ປະກາດໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທໍາອິດວ່າ: ສະໜັບສະໜູນເຂດສາມຫຼ່ຽມແມ່ນໍ້າຢາງຊີກຽງພັດທະນາແບບເຊື່ອມໂຍງເຂົ້າກັນ ແລະ ຍົກລະດັບກ້າວຂຶ້ນສູ່ຍຸດທະສາດແຫ່ງຊາດ. ອີງຕາມ “ໂຄງຮ່າງແຜນແມ່ບົດວ່າດ້ວຍການພັດທະນາເຂດສາມຫຼ່ຽມແມ່ນໍ້າຢາງຊີກຽງແບບເຊື່ອມໂຍງເຂົ້າກັນ” ທີ່ຈີນເຜີຍແຜ່ນໍາຫຼັງນັ້ນໄດ້ລະບຸວ່າ: ເຂດດັ່ງກ່າວຈະກາຍເປັນຂົ້ວການເຕີບໂຕດ້ານເສດຖະກິດ, ແຮງຂັບເຄື່ອນການພັດທະນາ ກໍຄືບ່ອນທົດລອງການປະຕິຮູບຂອງຈີນ, ໂດຍຈະຮັບໃຊ້ ແລະ ເປັນສິ່ງຄໍ້າປະຮັບໃຫ້ແກ່ຄວາມທັນສະໄໝແບບຈີນ ເພື່ອເປັນບ່ອນສາທິດແຫ່ງການພັດທະນາເຂດແຄ້ວນແບບເຊື່ອມໂຍງເຂົ້າກັນຂອງຈີນ.



   ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ເຂດສາມຫຼ່ຽມແມ່ນໍ້າຢາງຊີກຽງຄວນຕັ້ງໜ້າຊຸກຍູ້ການເປີດປະຕູແບບພ້ອມພຽງກັນໃນລະດັບສູງ. ຄວນຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງທີ່ຖືເອົາການເປີດປະຕູດ້ານລະບຽບການເປັນຈຸດສຸມ, ເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນກໍຄືການໂຄສະນາເຜີຍແຜ່ບົດຮຽນດ້ານການປະຕິຮູບ, ພະຍາຍາມກາຍເປັນຫົວຈັກທີ່ເຂັ້ມແຂງແຫ່ງການຊຸກຍູ້ການໝູນວຽນດ້ານເສດຖະກິດຂອງຈີນ ກໍຄືກາຍເປັນຈຸດເຊື່ອມໂຍງດ້ານຍຸດທະສາດລະຫວ່າງ “ສອງການໝູນວຽນ” ທັງພາຍໃນ ແລະ ສາກົນ. ຄວນເລັ່ງລັດສ້າງ “5 ສູນກາງ” ຂອງນະຄອນຊຽງໄຮ້ຄື: ສູນກາງດ້ານເສດຖະກິດສາກົນ, ທະນາຄານ, ການຄ້າ, ຄົມມະນາຄົມທາງນໍ້າ, ການປະດິດສ້າງດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ອອກແຮງຈັດຕັ້ງປະຕິບັດຍຸດທະສາດຍົກລະດັບເຂດທົດລອງການຄ້າເສລີ, ຊຸກຍູ້ເຂດໃໝ່ຫຼິນກາງທີ່ຂຶ້ນກັບເຂດທົດລອງການຄ້າເສລີນະຄອນຊຽງໄຮ້ໃຫ້ມີການເປີດປະຕູສູ່ພາຍນອກໃນລະດັບສູງກວ່າເກົ່າ. ນອກນີ້, ຄວນຊຸກຍູ້ເຂດສາມຫຼ່ຽມແມ່ນໍ້າຢາງຊີກຽງພັດທະນາແບບເຊື່ອມໂຍງເຂົ້າກັນ ໃຫ້ເຊື່ອມໂຍງເຂົ້າກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງເລິກເຊິ່ງ. ຄວນສົ່ງເສີມ, ສະໜັບສະໜູນ ແລະ ຊຸກຍູ້ເສດຖະກິດເອກະຊົນໃຫ້ໄດ້ຮັບການພັດທະນາຢ່າງປອດໃສ ແລະ ດ້ວຍຄຸນນະພາບສູງ ເພື່ອປັບປຸງສະພາບແວດລ້ອມແຫ່ງການພັດທະນາວິສາຫະກິດເອກະຊົນໃຫ້ດີຂຶ້ນຕື່ມອີກ.



   ຄຽງຄູ່ກັບເຂດສາມຫຼ່ຽມແມ່ນໍ້າຢາງຊີກຽງພັດທະນາແບບເຊື່ອມໂຍງເຂົ້າກັນລົງສູ່ລວງເລິກແລ້ວ, ເຂດດັ່ງກ່າວຈະຖືກສ້າງເປັນເຂດແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ແລະ ຍ່ອມຈະມີຄວາມໝາຍສໍາຄັນຍິ່ງຕໍ່ການພັດທະນາເສດຖະກິດ, ການທະນາຄານກໍຄືການຄ້າທົ່ວໂລກຢ່າງແນ່ນອນ.