ເພງ "ເສັ້ນທາງທີ່ສະຫວ່າງສະໄຫວ"

2023-12-01 15:48:42 CRI


    ແຕ່ນີ້ໄປ, ສອງປະເທດລາວ-ຈີນ ຈະບໍ່ມີພູຜາສູງຊັນ ແລະການເດີນທາງຈະບໍ່ຍືດຍາວ” ນີ້ບໍ່ພຽງແຕ່ເປັນຄໍາເວົ້າຂອງການນໍາສູງສຸດສອງປະເທດຈີນ-ລາວ ທີ່ໄດ້ກ່າວໃນພິທີການເປີດນໍາໃຊ້ທາງລົດໄຟລາວ-ຈີນ ທີ່ຈັດຂຶ້ນເມື່ອວັນທີ 3 ທັນວາ 2021 ເທົ່ານັ້ນ, ຫາກຍັງເປັນສຽງໃນໃຈປະຊາຊົນສອງປະເທດນໍາອີກ.


    ມາຮອດປັດຈຸບັນ, ເສັ້ນທາງທາງລົດໄຟລາວ-ຈີນ ໄດ້ເປີດບໍລິການຫຼາຍກວ່າ 2 ປີ ແລະ ສາມາດເວົ້າໄດ້ວ່າປະສົບຜົນສໍາເລັດໄດ້ຢ່າງປະຈັກຕາ ເປັນຕົ້ນແມ່ນ: ປະລິມານ ແລະຄຸນນະພາບການຂົນສົ່ງຜູ້ໂດຍສານ ແລະສິນຄ້າມີການເພີ່ມຂຶ້ນ, ເສັ້ນທາງຂົນສົ່ງສິນຄ້າສາກົນນັບມື້ນັບພົ້ນເດັ່ນຂຶ້ນ, ກາຍເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງສອງປະເທດລາວ-ຈີນ.


    ເພື່ອຍ້ອງຍໍສັນລະເສີນເສັ້ນທາງສູ່ຄວາມສຸກນີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ປະສານສົມທົບກັບຝ່າຍຕ່າງໆຜະລິດເພງທີ່ມີຊື່ວ່າ: “ເສັ້ນທາງທີ່ສະຫວ່າງສະໄຫວ”. ຂໍມອບເພງນີ້ແດ່ເສັ້ນທາງລົດໄຟລາວ-ຈີນ ແລະ ຂໍອວຍພອນໃຫ້ເສັ້ນທາງສາຍນີ້ຈົ່ງນໍາເອົາຜົນປະໂຫຍດກໍຄືຄວາມສົມບຸນພູນສຸກນັບມື້ນັບຫຼາຍກວ່າເກົ່າ ໃຫ້ແກ່ປະຊາຊົນສອງປະເທດລາວ-ຈີນ!