“ສະຕິປັນຍາຂອງທ່ານແຮນຣີ ກິຊິງເກີ” ເປັນມໍລະດົກທີ່ລ້ຳຄ່າທີ່ສຸດຂອງອາເມຣິກາ

2023-12-01 16:10:36 cri

ວັນທີ 29 ພະຈິກຜ່ານມາ, ທ່ານແຮນຣີ ກິຊິງເກີ ເພື່ອນເກົ່າຂອງປະຊາຊົນຈີນ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ເຖິງແກ່ມໍລະນະກຳ ໂດຍມີອາຍຸ 100 ປີ. ໃນຖານະເປັນນັກການທູດທີ່ມີຊື່ສຽງທີ່ສຸດຂອງອາເມຣິກາຫຼັງສົງຄາມໂລກຄັ້ງທີ 2, ທ່ານແຮນຣີ ກິຊິງເກີ ໄດ້ປະກອບສ່ວນອັນພົ້ນເດັ່ນໃນດ້ານການຊຸກຍູ້ການພົວພັນທາງການທູດຈີນ-ອາເມຣິກາ, ການໄກ່ເກ່ຍສະຖານະການພາກພື້ນຕາເວັນອອກກາງ ແລະອື່ນໆ.

ໃນປີ 1971, ທ່ານແຮນຣີ ກິຊິງເກີໄດ້ເດີນທາງມາຢ້ຽມຢາມຈີນແບບປິດລັບ, ຮ່ວມມືກັບຈີນສົ່ງເສີມໃຫ້ທ່ານຣີຊາດ ນິກສັນ ປະທານາທິບໍດີອາເມຣິກາໃນເວລານັ້ນເດີນທາງມາຢ້ຽມຢາມຈີນ ແລະ ບັນລຸ “ການຈັບມືຂ້າມມະຫາສະໝຸດປາຊີຟິກ”. ໃນຮອບ 50 ກວ່າປີທີ່ຜ່ານມາ, ທ່ານແຮນຣີ ກິຊິງເກີໄດ້ເດີນທາງມາຢ້ຽມຢາມຈີນເປັນເວລາ 100 ກວ່າຄັ້ງ ແລະ ຖືກອີ້ນວ່າເປັນ “ເພື່ອນເກົ່າຂອງປະຊາຊົນຈີນ”.

ພາຍໃຕ້ສະຖານະການທີ່ການພົວພັນຈີນ-ອາເມຣິກາກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆນາໆ, ອາເມຣິກາຕ້ອງການນັກການເມືອງຈຳນວນຫຼາຍກວ່າເກົ່າທີ່ຄືກັນກັບທ່ານແຮນຣີ ກິຊິງເກີ ທີ່ສາມາດຢູ່ເໜືອການຫັນເປັນສອງຂົ້ວຂອງການເມືອງອາເມຣິກາ, ເຂົ້າໃຈ ແລະ ຮູ້ຄຸນຄ່າປະຫວັດສາດ ແລະ ວັດທະນະທຳຈີນ ແລະ ມີຄວາມເຫັນຢ່າງພາວະວິໄສຕໍ່ຜົນປະໂຫຍດຮ່ວມຂອງຈີນ ແລະ ອາເມຣິກາ ເພື່ອຊຸກຍູ້ໃຫ້ການພົວພັນຈີນ-ອາເມຣິກາຜ່ານຜ່າຄວາມຫຍຸ້ງຍາກ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ປະຊາຊົນຈີນຫວັງວ່າ: ການນຳອາເມຣິກາຈະສາມາດຮັບຮູ້ເຖິງການປ່ຽນແປງຂອງໂລກ, ສືບທອດສະຕິປັນຍາດ້ານການຕ່າງປະເທດຂອງທ່ານແຮນຣີ ກິຊິງເກີ, ຈັດຕັ້ງປະຕິບັດຄວາມຮັບຮູ້ຮ່ວມທີ່ສຳຄັນຂອງປະມຸກລັດຈີນ ແລະ ອາເມຣິກາໃນການພົບປະທີ່ຊານຟຣານຊິສໂກ, ຊຸກຍູ້ໃຫ້ຈີນ ແລະ ອາເມຣິກາຊ່ວຍຊູຍູ້ໜູນກັນສ້າງຜົນສຳເລັດ ແລະ ບັນລຸຄວາມຈະເລີນຮ່ວມກັນໃນໄລຍະໃໝ່ທາງປະຫວັດສາດ. ສິ່ງເຫຼົ່ານີ້ຄືການລະນຶກທີ່ດີທີ່ສຸດຕໍ່ທ່ານເຮັນຣີ ກິຊິງເກີ.