ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວເນື່ອງໃນໂອກາດວັນສ້າງຕັ້ງສປປລາວຄົບຮອບ 48 ປີ

2023-12-02 16:16:41 CRI

    ວັນທີ 2 ທັນວານີ້, ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດວັນສ້າງຕັ້ງສາທາລະນະລັດປະຊາທິປະໄຕປະຊາຊົນລາວສ້າງຕັ້ງຄົບຮອບ 48 ປີ.


    ເນື້ອໃນສານອວຍພອນຂອງທ່ານຫຼີຊຽງລະບຸວ່າ: ໃນໜຶ່ງປີຜ່ານໄປ, ເສດຖະກິດສັງຄົມຂອງປະເທດລາວພັດທະນາຢ່າງຕໍ່ເນື່ອງ, ຖານະໃນສາກົນນັບມື້ນັບສູງຂຶ້ນ. ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ ໂດຍໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ. ຂ້າພະເຈົ້າຍິນດີຮ່ວມກັບທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ຖືຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ເປັນຂໍ້ປະຕິບັດຕາມ ເພື່ອຊີ້ນຳນຳພາພາກສ່ວນ ແລະ ທ້ອງຖິ່ນຕ່າງໆຂອງສອງປະເທດເພີ່ມທະວີການຮ່ວມມື, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໄດ້ຮັບຜົນງານໃໝ່.