ຟິລິບປິນ ແລະ ອົສຕຣາລີລາຕະເວນຮ່ວມກັນເຮັດໃຫ້ສະພາບການເຂດທະເລຈີນໃຕ້ເຄັ່ງຕຶງຂຶ້ນ

2023-12-02 17:58:49 CRI

    ວັນທີ 30 ພະຈິກແລ້ວນີ້, ກະຊວງປ້ອງກັນປະເທດຈີນ ໄດ້ຈັດ ກອງປະຊຸມຖະແຫຼງຂ່າວ, ພັນເອກພິເສດອູຊ່ຽນ  ຫົວໜ້າກົມການ ຂ່າວກະຊວງປ້ອງກັນປະເທດ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ.


 

    ມີນັກຂ່າວຖາມວ່າ: ຂ່າວແຈ້ງວ່າ, ມີເຈົ້າໜ້າທີ່ຟິລິບປິນກ່າວວ່າ, ໃນໄລຍະຟິລິບປິນ ແລະ ອົສຕຣາລີຮ່ວມກັນດຳເນີນການເຄື່ອນໄຫວ ເທິງທະເລຈີນໃຕ້, ມີເຮືອບິນທະຫານຂອງຈີນບິນຢູ່ໃກ້ກັບເຮືອບິນທະຫານຂອງຟິລິບປິນ. ຂໍຖາມທ່ານໂຄສົກວ່າ ມີຄວາມເຫັນແນວໃດ ຕໍ່ກັບເລື່ອງນີ້?

 

    ພັນເອກພິເສດອູຊ່ຽນຕອບວ່າ: ຄວາມເວົ້າທີ່ກ່ຽວຂ້ອງຂອງ ຟິລິບປິນບໍ່ສອດຄ່ອງກັບສະພາບຕົວຈິງ. ສິ່ງທີ່ຕ້ອງຊີ້ໃຫ້ເຫັນນັ້ນແມ່ນ: ການຮ່ວມມືດ້ານການປ້ອງກັນຊາດລະຫວ່າງປະເທດທີ່ກ່ຽວຂ້ອງບໍ່ຄວນແນໃສ່ຝ່າຍທີສາມ, ບໍ່ຄວນສ້າງຜົນຮ້າຍຕໍ່ຜົນປະໂຫຍດຂອງຝ່າຍທີສາມ, ບໍ່ຄວນທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ພວກຂ້າພະເຈົ້າເດັດດ່ຽວຄັດຄ້ານການກະທຳໃດໆທີ່ກໍ່ການເປັນປໍລະປັກກັນ ແລະ ເຮັດໃຫ້ສະພາບການພາກພື້ນມີຄວາມເຄັ່ງຕຶງຂຶ້ນຢູ່ເຂດທະເລຈີນໃຕ້. ພວກຂ້າພະເຈົ້າເຕືອນໃຫ້ຟິລິບປິນຈົ່ງເຄົາລົບນ້ຳໃຈຂອງ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້” ແລະຍຸດຕິການກະທຳທີ່ລ່ວງລະເມີດອະທິປະໄຕທັງໝົດ.