ທ່ານວາງຢີ້ສົ່ງສານອວຍພອນເຖິງທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດລາວເນື່ອງໃນໂອກາດວັນສ້າງຕັ້ງສປປລາວຄົບຮອບ48ປີ

2023-12-02 16:27:03 cri

   ວັນທີ2ທັນວານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງວ່າການວຽກງານການຕ່າງປະເທດສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົ່ງສານອວຍພອນເຖິງທ່ານສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວເນື່ອງໃນໂອກາດວັນສະຖາປະນາສປປລາວຄົບຮອບ 48 ປີ.

   ທ່ານວາງຢີ້ກ່າວວ່າ: ນັບແຕ່ປີນີ້ມາ,ຈີນ-ລາວໄດ້ເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈທາງຍຸດທະສາດຢ່າງບໍ່ຢຸດຢັ້ງ,ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ,ເພີ່ມການປະສານງານຫຼາຍຝ່າຍໃຫ້ແໜ້ນແຟ້ນຂຶ້ນຕື່ມ,ຊຸກຍູ້ຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ຂຶ້ນສູ່ມາດຕະຖານສູງ,ຄຸນນະພາບສູງແລະລະດັບສູງ. ຈີນເດັດດ່ຽວສະໜັບສະໜູນລາວເປັນປະເທດປະທານໝູນວຽນຂອງອາຊຽນໃນປີ2024ເພື່ອເສີມຂະຫຍາຍບົດບາດໃຫຍ່ກວ່າເກົ່າໃນວຽກງານສາກົນແລະພາກພື້ນ. ຂ້າພະເຈົ້າຍິນດີຮ່ວມກັບທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,ລັ ດຖະມົນຕີການຕ່າງປະເທດລາວ ພ້ອມກັນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງຜູ້ນຳສອງພັກສອງລັດຢ່າງຮອບດ້ານ,ເພີ່ມທະວີການໄປມາຫາສູ່ກັນແລະການຮ່ວມມືສອງຝ່າຍແລະຫຼາຍຝ່າຍລະຫວ່າງຈີນກັບລາວ,ທຳຄວາມພະຍາຍາມຫຼາຍກວ່າເກົ່າເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.