ທາງລົດໄຟຈີນ-ລາວເປີດບໍລິການ 2 ປີ, ຂົນສົ່ງຜູ້ໂດຍສານ 24 ລ້ານເທື່ອຄົນ ແລະ ສິນຄ້າ 29 ລ້ານໂຕນ

2023-12-02 16:43:48 cri

ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 2 ທັນວານີ້, ທາງລົດໄຟຈີນ-ລາວໄດ້ເປີດບໍລິການຄົບຮອບ 2 ປີ ເຊິ່ງລວມທັງໝົດແລ້ວ ໄດ້ຂົນສົ່ງຜູ້ໂດຍສານ 24 ລ້ານ 2 ແສນເທື່ອຄົນ, ໃນນັ້ນ ຕອນຢູ່ປະເທດລາວ 3.740.000 ເທື່ອຄົນ, ຂົນສົ່ງສິນຄ້າ 29 ລ້ານ 1 ແສນໂຕນ, ໃນນັ້ນ ສິນຄ້າຂ້າມຊາດຫຼາຍກວ່າ 6 ລ້ານໂຕນ, ອັນໄດ້ເພີ່ມພະລັງຊີວິດໃໝ່ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ. 


ໃນບາດກ້າວຕໍ່ໄປ, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈະນຳໃຊ້ບົດຮຽນສຳເລັດຜົນນັບແຕ່ການເປີດບໍລິການທາງລົດໄຟຈີນ-ລາວເປັນເວລາ 2 ປີມານີ້ຢ່າງເຕັມສ່ວນ, ເພີ່ມທະວີການຮ່ວມມືກັບພາກສ່ວນທາງລົດໄຟຂອງລາວ, ເພີ່ມທະວີການຄຸ້ມຄອງທາງລົດໄຟຈີນ-ລາວໃນດ້ານຄວາມປອດໄພ, ຍົກສູງຄວາມສາມາດການຂົນສົ່ງ ແລະ ຄຸນນະພາບການບໍລິການ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນຄຸນນະພາບສູງ ແລະ ການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຈີນລາວຍິ່ງດີກວ່າເກົ່າ.