ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຫວຽດນາມຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານວາງຢີ້

2023-12-02 13:07:11 cri


   ວັນທີ 1 ທັນວານີ້, ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຫວຽດນາມໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ.

   ທ່ານ ວາງຢີ້ ກ່າວວ່າ: ການມີອຸດົມການ ແລະ ເສັ້ນທາງດຽວກັນ ທັງມີຊາຕາກຳຮ່ວມກັນນັ້ນ ແມ່ນລັກສະນະພິເສດທີ່ພົ້ນເດັ່ນທີ່ສຸດຂອງການພົວພັນຈີນ-ຫວຽດນາມ. ຈີນຊົມເຊີຍຫວຽດນາມທີ່ຖືການພົວພັນກັບຈີນເປັນຍຸດທະສາດ ແລະ ບຸລິມະສິດຂອງວຽກງານການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ, ຈີນກໍຖືການພົວພັນກັບຫວຽດນາມເປັນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດຕໍ່ປະເທດອ້ອມຂ້າງຂອງຈີນເຊັ່ນດຽວກັນ.

   ທ່ານ ຫງວຽນຟູຈອງ ກ່າວວ່າ: ການພົວພັນຫວຽດນາມ-ຈີນຂະຫຍາຍຕົວຢ່າງບໍ່ຢຸດຢັ້ງນັ້ນ ແມ່ນສອດຄ່ອງກັບຄວາມປາດຖະໜາຂອງປະຊາຊົນຫວຽດນາມ, ເຊື່ອໝັ້ນວ່າ ເມື່ອສອງຝ່າຍພ້ອມກັນທຳຄວາມພະຍາຍາມແລ້ວ, ມິດຕະພາບແບບສະຫາຍບວກກັບອ້າຍນ້ອງລະຫວ່າງສອງປະເທດ ຍ່ອມຈະນັບມື້ນັບເລິກເຊິ່ງກວ່າເກົ່າ.

   ມື້ດຽວກັນ, ທ່ານ ວາງຢີ້ ຍັງໄດ້ເຂົ້າຢ້ຽມຄຳນັບທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ແລະ ພົບປະກັບທ່ານ ບຸຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.