CGTN ແລະ ສື່ມວນຊົນອາຊຽນຮ່ວມກັນຈັດລາຍການພິເສດ

2023-12-02 18:06:19 CRI


    ປີ 2023 ແມ່ນປີທີສອງທີ່ຈີນ ກັບ ອາຊຽນສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ທັງແມ່ນປີທີ່ສະເໜີແນວຄິດປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ໃກ້ຊິດກວ່າເກົ່າຄົບຮອບ 10 ປີ. ເພື່ອຊ່ວຍພັດທະນາເສດຖະກິດ ແລະ ຮັບປະກັນໃຫ້ມີຄວາມຈະເລີນໝັ້ນທ່ຽງ, ຫວ່າງມໍ່ໆມານີ້, CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັບສື່ມວນຊົນຂອງປະເທດຕ່າງໆໃນອາຊຽນ ເຊັ່ນ: ມຽນມາ, ໄທ ແລະ ມະເລເຊຍ ເປັນຕົ້ນ ຈັດລາຍການພິເສດທີ່ມີຊື່ວ່າ “ຈີນ ແລະ ອາຊຽນ: ກ້າວໄປສູ່ອະນາຄົດທີ່ມີຄວາມໝັ້ນຄົງ ແລະ ຄວາມຈະເລີນ ຮ່ວມກັນ”.


  ໃນລາຍການດັ່ງກ່າວ, ແຂກຂອງ 10 ປະເທດອາຊຽນໄດ້ກ່າວຄຳຄິດຄຳເຫັນກ່ຽວກັບພະລັງຊີວິດໃໝ່ຂອງການພັດທະນາໃນພາກພື້ນຢ່າງຟົດຟື້ນ, ເລົ່າສູ່ຟັງຂ່າວມ່ວນຊື່ນໃນການໄປມາຫາສູ່ກັນລະຫວ່າງປະຊາຊົນ, ພ້ອມກັນຫາລືວິໄສທັດໃໝ່ກ່ຽວກັບຄວາມໝັ້ນຄົງ ແລະ ຄວາມຈະເລີນ.



  CGTN ໄດ້ອອກອາກາດລາຍການດັ່ງກ່າວໃນວັນທີ 30 ພະຈິກແລ້ວນີ້, ສື່ມວນຊົນອາຊີຫຼາຍກວ່າ 50 ແຫ່ງໄດ້ລາຍງານຂ່າວກ່ຽວກັບທັດສະນະ ແລະ ເນື້ອໃນໃນລາຍການເທື່ອນີ້.