ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືຫຼຽງຈູຄັ້ງທຳອິດ

2023-12-03 15:20:14 cri

 

    ວັນທີ 3 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືຫຼຽງຈູຄັ້ງທຳອິດ.

    ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ສະຖານບູຮານຫຼຽງຈູແມ່ນຫຼັກຖານດ້ານປະຫວັດອະລິຍະທຳຈີນທີ່ມີມາເປັນເວລາ 5000 ປີ, ແມ່ນສິ່ງປະເສີດຂອງອະລິຍະທຳທົ່ວໂລກ. ໃນປະຫວັດສາດທີ່ມີມາຢ່າງຍາວນານ, ອະລິຍະທຳຈີນໄດ້ສ້າງຈອມພູສູງແຫ່ງອະລິຍະທຳຕ່າງໆດ້ວຍຫົວຄິດປະດິດສ້າງທີ່ມີເອກະລັກພິເສດ, ການປົກປັກຮັກສາ ແລະ ສືບທອດຂອງທຸກເຊັ່ນຄົນ.

    ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ: ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ຮ່ວມຈິດຮ່ວມໃຈກັນ ແລະ ຢູ່ຮ່ວມກັນແບບປອງດອງແມ່ນເສັ້ນທາງທີ່ຖືກຕ້ອງຂອງການພັດທະນາອະລິຍະທຳຂອງມວນມະນຸດ. ຫວັງວ່າບັນດາຝ່າຍຈະນຳໃຊ້ເວທີກອງປະຊຸມເວທີເປິກສາຫາລືຫຼຽງຈູຢ່າງເຕັມທີ່, ລົງເລິກການສົນທະນາດ້ານອະລິຍະທຳກັບປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຈັດຕັ້ງປະຕິບັດຂໍ້ລິເລີ່ມກ່ຽວກັບອະລິຍະທຳທົ່ວໂລກ, ເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານອະລິຍະທຳ, ສົ່ງເສີມແນວຄິດດ້ານອະລິຍະທຳທີ່ສະເໝີພາບ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ, ສົນທະນາກັນ ແລະ ໂອບເອື້ອອາລີ, ຊຸກຍູ້ໃຫ້ອະລິຍະທຳຕ່າງໆຢູ່ຮ່ວມກັນແບບປອງດອງ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ຊຸກຍູ້ໃຫ້ປະຊາຊົນບັນດາປະເທດໄປມາຫາສູ່ກັນ, ເຂົ້າໃຈກັນ ແລະ ຮັກແພງກັນ.

    ກອງປະຊຸມເວທີເປິກສາຫາລືຫຼຽງຈູຄັ້ງທຳອິດມີຫົວຂໍ້ວ່າ: ຈັດຕັ້ງປະຕິບັດຂໍ້ລິເລີ່ມກ່ຽວກັບອະລິຍະທຳທົ່ວໂລກ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານອະລິຍະທຳ, ຮ່ວມຈັດຂຶ້ນໂດຍກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ, ອົງການປົກຄອງແຂວງເຈີ້ຈ່ຽງຈີນ,  ກອງປະຊຸມດັ່ງກ່າວໄຂຂຶ້ນຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງໃນວັນທີ 3 ທັນວານີ້.