ເຂດທະເລພາກຕາເວັນອອກຂອງຟີລິບປິນເກີດແຜ່ນດິນໄຫວຂັ້ນ 6,9 ລິກເຕີ

2023-12-04 14:33:30 cri

ວັນທີ 4 ທັນວານີ້, ເຂດທະເລພາກຕາເວັນອອກຂອງຟີລິບປິນເກີດແຜ່ນດິນໄຫວຂັ້ນ 6,9 ລິກເຕີ. ປັດຈຸບັນ, ຍັງບໍ່ມີການລາຍງານຂ່າວກ່ຽວກັບຜູ້ເສຍຊີວິດ ແລະ ບາດເຈັບ ຫຼືຄວາມເສຍຫາຍດ້ານຊັບສິນ.


ຕອນຄ່ຳວັນທີ 2 ທັນວານີ້, ເຂດທະເລພາກຕາເວັນອອກຂອງຟີລິບປິນເຄີຍເກີດແຜ່ນດິນໄຫວຂັ້ນ 7,4 ລິກເຕີ, ໄດ້ເຮັດໃຫ້ເກີດຄື້ນຊືນາມິຂະໜາດຄ່ອຍໃນບາງເຂດ ແລະ ເຮັດໃຫ້ເກີດການສັ່ນສະເທືອນຕາມມາຮ້ອຍກວ່າເທື່ອ. ວັນທີ 3 ທັນວານີ້, ລັດຖະບານຟີລິບປິນປະກາດວ່າ, ແຜ່ນດິນໄຫວໄດ້ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ 4 ຄົນບາດເຈັບ.