ຮອງປະທານຄະນະກຳມະການການທະຫານສູນກາງຈີນຈະເດີນທາງຢ້ຽມຢາມກຳປູເຈຍ ແລະ ລາວ

2023-12-04 14:31:46 cri

ອີງຕາມແຜນການຮ່ວມມືທາງການທະຫານສາກົນປີ 2023, ທ່ານເຫີເວີ້ຍຕຸ່ງ ຮອງປະທານຄະນະກຳມະການການທະຫານສູນກາງຈີນຈະເດີນທາງໄປຢ້ຽມຢາມລາຊະອະນາຈັກກຳປູເຈຍ ແລະ ສປປ ລາວໃນຕົ້ນເດືອນທັນວານີ້ຕາມຄຳເຊື້ອເຊີນ ເຊິ່ງມີຈຸດປະສົງຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຜູ້ນຳຈີນ-ກຳປູເຈຍ ແລະ ຈີນ-ລາວ, ເພີ່ມທະວີການໄປມາຫາສູ່ດ້ານການທະຫານກັບສອງປະເທດ ແລະ ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.