ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຈີນ-ເອີຣົບ+ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ຂະບວນລົດໄຟຂົນສົ່ງສະບຽງອາຫານລາວຕາມທາງລົດໄຟຈີນ-ລາວຖ້ຽວທຳອິດ

2023-12-04 10:27:17 cri

ເວລາ 9 ໂມງ 49 ນາທີຂອງວັນທີ 3 ທັນວານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຈີນ-ເອີຣົບ+ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ຂະບວນລົດໄຟຂົນສົ່ງສະບຽງອາຫານລາວຕາມທາງລົດໄຟຈີນ-ລາວຖ້ຽວທຳອິດ ໄດ້ອອກເດີນທາງຈາກສະຖານີລົດໄຟບໍ່ຫານຂອງທາງລົດໄຟຈີນ-ລາວໃນຂະນະດຽວກັນ, ທາງລົດໄຟຈີນ-ລາວທີ່ເປັນເສັ້ນທາງທອງຄຳທີ່ໄດ້ດຳເນີນງານຄົບຮອບ 2 ປີ ແລະ ຂະບວນລົດໄຟຈີນ-ເອີຣົບທີ່ເປັນເສັ້ນທາງຂົນສົ່ງສິນຄ້າສາກົນທີ່ສຳຄັນ ໄດ້ບັນລຸການເຊື່ອມຈອດກັນຢ່າງມີປະສິດທິຜົນ ເຊິ່ງໄດ້ສ້າງຄວາມລຸລ່ວງໃຫ້ກັບເສັ້ນທາງລົດໄຟອາຊີ-ເອີຣົບທີ່ເຊື່ອມຕໍ່ລະຫວ່າງ “ອາຊີຕາເວັນອອກສຽງໃຕ້-ຄຸນໝິງ-ເສີງຕູ່-ເອີຣົບ”.

ຂະບວນລົດໄຟຂົນສົ່ງສະບຽງອາຫານລາວຕາມທາງລົດໄຟຈີນ-ລາວຖ້ຽວທຳອິດເດີນທາງອອກຈາກສະຖານີບໍ່ຫານຕາມທາງລົດໄຟຈີນ-ລາວ ເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຂົນສົ່ງສະບຽງອາຫານຂອງລາວໄດ້ບຸກເບີກຊ່ອງທາງໃໝ່ແລ້ວ. ຫຼັງຈາກຂະບວນລົດໄຟດັ່ງກ່າວເດີນທາງອອກຈາກສະຖານີບໍ່ຫານ, ຄາດວ່າອີກສອງວັນອາຫານລາວຈະຮອດສະຖານີເມີງຈື້ເໜືອຂອງແຂວງຢຸນນານຈີນ ແລະ ຂົນສົ່ງຕໍ່ໄປທ້ອງຖິ່ນຕ່າງໆຂອງທົ່ວປະເທດຈີນ ເຊິ່ງເວລາການຂົນສົ່ງໄດ້ຫຼຸດລົງ 1 ຫາ 2 ວັນ ແລະ ຕົ້ນທຶນການຂົນສົ່ງໄດ້ຫຼຸດລົງ 20% ເມື່ອທຽບກັບການຂົນສົ່ງທາງຫຼວງ ເຊິ່ງເປັນການຍົກສູງປະສິດທິພາບດ້ານການຂົນສົ່ງຢ່າງຫຼວງຫຼາຍ.