ທາງລົດໄຟຈີນ-ລາວເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ

2023-12-04 19:49:49 cri

ນັບມາຮອດວັນທີ 2 ທັນວາ 2023, ທາງລົດໄຟຈີນ-ລາວເປີດນຳໃຊ້ຄົບຮອບ 2 ປີ, ໃນສອງປີຜ່ານມາ, ທາງລົດໄຟຈີນ-ລາວລວມໄດ້ຂົນສົ່ງຜູ້ໂດຍສານ 24,2 ລ້ານເທື່ອຄົນ, ແລະໄດ້ຂົນສົ່ງສິນຄ້າ 29,1 ລ້ານໂຕນ, ໄດ້ເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຄຳດ້ານການຂົນສົ່ງນັບມື້ນັບພົ້ນເດັ່ນຂຶ້ນ, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ.

ໃນດ້ານການຂົນສົ່ງຜູ້ໂດຍສານ, ຈຳນວນຂົນສົ່ງຜູ້ໂດຍສານຂອງທາງລົດໄຟຈີນ-ລາວຈາກ 6 ແສນກວ່າເທື່ອຄົນຕໍ່ເດືອນ ໃນໄລຍະຫາກໍເປີດນຳໃຊ້ໄດ້ເພີ່ມຂຶ້ນເປັນ 1,1 ລ້ານກວ່າເທື່ອຄົນຕໍ່ເດືອນໃນປັດຈຸບັນ, ລວມທັງໝົດໄດ້ຂົນສົ່ງຜູ້ໂດຍສານ 24,2 ລ້ານເທື່ອຄົນ. ພ້ອມກັນນັ້ນ, ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ລະບົບຂາຍປີ້ດ້ວຍ APP ທາງໂທລະສັບມືຖື, ແລະໄດ້ເພີ່ມຊ່ອງທາງຊຳລະເງິນແບບເອເລັກໂຕຣນິກຂອງທະນາຄານທ້ອງຖິ່ນ, ເຮັດໃຫ້ປະສົບການດ້ານການອອກເດີນທາງສະດວກຂຶ້ນຕື່ມອີກ.

ໃນດ້ານການຂົນສົ່ງສິນຄ້າ, ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດຈາກ 2 ຂະບວນຕໍ່ວັນໃນໄລຍະຫາກໍເປີດນຳໃຊ້ໄດ້ເພີ່ມຂຶ້ນເປັນ 14 ຂະບວນຕໍ່ວັນໃນປັດຈຸບັນ; ສິນຄ້າເຫຼົ່ານີ້ສາມາດສົ່ງໄປເຖິງ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາ, ມຽນມາ ແລະ ອື່ນໆ ແລະ 31 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຂອງຈີນ; ການຂົນສົ່ງສິນຄ້າຂ້າມຊາດຈາກ 10 ກວ່າຊະນິດໃນໄລຍະຫາກໍເປີດນຳໃຊ້ເພີ່ມຂຶ້ນເປັນ 2.700 ກວ່າຊະນິດໃນປັນຈຸບັນ, ໄດ້ຊຸກຍູ້ການຍົກລະດັບຂອງຂະແໜງການປະເພດຕ່າງໆຂອງປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ເພີ່ມການໄປມາຫາສູ່ກັນດ້ານເສດຖະກິດການຄ້າສາກົນ.

ໃນດ້ານການທ່ອງທ່ຽວ, ພາກສ່ວນທາງລົດໄຟທັງສອງປະເທດຈີນ-ລາວຕັ້ງໜ້າຮ່ວມມືກັບພາກສ່ວນທ່ອງທ່ຽວຂອງສອງປະເທດ, ໄດ້ເປີດເສັ້ນທາງທ່ອງທ່ຽວຫຼາຍເສັ້ນລະຫວ່າງນະຄອນຄຸນມິງກັບນະຄອນຫຼວງວຽງຈັນ, ເຊິ່ງໄດ້ຊຸກຍູ້ໃຫ້ເສດຖະກິດທ່ອງທ່ຽວຂອງກິ່ງແຂວງສິບສອງພັ່ນນາຂອງຈີນ ແລະ ແຂວງຫຼວງພະບາງຂອງລາວພັດທະນາຢ່າງວ່ອງໄວ. ແຕ່ເດືອນມັງກອນຫາເດືອນກັນຍາ 2023, ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວປະເທດລາວໄດ້ບັນລຸເຖິງ 2,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 285% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ນອກນີ້, ທາງລົດໄຟຈີນ-ລາວໄດ້ອອກແຮງອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານທາງລົດໄຟໃຫ້ແກ່ປະເທດລາວ, ພະນັກງານລາວ 800 ກວ່າຄົນຂອງບໍລິສັດທາງລົດໄຟລາວ-ຈີນນັ້ນມີ 90% ຂຶ້ນໄປໄດ້ມີຕຳແໜ່ງງານແລ້ວ, ໄດ້ເຂົ້າຮ່ວມການດຳເນີນງານຂອງທາງລົດໄຟຈີນ-ລາວ ແລະ ກາຍເປັນຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກທາງລົດໄຟຮຸ່ນທຳອິດຂອງປະເທດລາວ.

ອີງຕາມຕົວເລກສະຖິຕິທີ່ກ່ຽວຂ້ອງໃຫ້ຮູ້ວ່າ, ແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ມູນຄ່າການຄ້າລະຫວ່າງຈີນກັບລາວບັນລຸເຖິງ 4,39 ຕື້ໂດລາ, ທຽບໃສ່ໄລຍະດຽວກັນຂອງປີ 2022 ໄດ້ເພີ່ມຂຶ້ນ 410 ລ້ານໂດລາ, ເທົ່າກັບ 34%.

ປັດຈຸບັນ, ທາງລົດໄຟຈີນ-ລາວໄດ້ຕິດຕັ້ງ “ເຄື່ອງຈັກ” ໃຫ້ແກ່ການພັດທະນາຂະແໜງການຕ່າງໆທີ່ລຽບຕາມທາງລົດໄຟຈີນ-ລາວ, ທັງໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງເຂດອາຊີຕາເວັນອອກສຽງໃຕ້. ຄຽງຄູ່ກັບການດຳເນີນງານຂອງທາງລົດໄຟຈີນ-ລາວໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ທາງລົດໄຟຈີນ-ລາວຈະກາຍເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງການສ້າງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນທັງສອງປະເທດຈີນ-ລາວຢ່າງແນ່ນອນ.