ທ່ານທອງລຸນ ສີສຸລິດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຮອງປະທານຄະນະກຳມະການການທະຫານສູນກາງຈີນ

2023-12-06 10:49:59 cri

ຕອນບ່າຍວັນທີ 5 ທັນວານີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານເຫີເວີ້ຍຕຸ່ງ ຮອງປະທານຄະນະກຳມະການການທະຫານສູນກາງຈີນ.

ທ່ານທອງລຸນ ສີສຸລິດໄດ້ຝາກຄວາມຢື້ຢາມຖາມຂ່າວອັນຈິງໃຈເຖິງທ່ານສີຈິ້ນຜິງ ປະທານປະເທດຈີນ ຜ່ານທ່ານເຫີເວີ້ຍຕຸ່ງ ໂດຍກ່າວວ່າ, ລາວຂໍສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງແຂງແຮງຕໍ່ພັກ, ລັດ ແລະ ກອງທັບລາວໃນໄລຍະດົນນານມານີ້. ລາວເປັນຜູ້ສະໜັບສະໜູນ, ຜູ້ປະຕິບັດຕົວຈິງ ແລະ ຜູ້ໄດ້ຮັບຜົນປະໂຫຍດຈາກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຫວັງວ່າ, ສອງກອງທັບຈະສືບຕໍ່ເພີ່ມທະວີການປະສານງານ ແລະ ແລກປ່ຽນກັນ, ລົງເລິກການຮ່ວມມືຕົວຈິງໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ.

ທ່ານເຫີເວີ້ຍຕຸ່ງໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນຂອງທ່ານສີຈິ້ນຜິງເຖິງທ່ານທອງລຸນ ສີສຸລິດ. ທ່ານກ່າວວ່າ, ຈີນ ແລະ ລາວມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ເປັນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ດີຕໍ່ກັນ ທີ່ຮ່ວມອະນາຄົດ ແລະ ຮ່ວມຊາຕາກຳ. ຈີນຍິນດີຮ່ວມກັບຝ່າຍລາວ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງກອງທັບກ້າວຂຶ້ນສູ່ລະດັບໃໝ່, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

ມື້ດຽວກັນ, ທ່ານເຫີເວີ້ຍຕຸ່ງໄດ້ພົບປະກັບທ່ານຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໂດຍໄດ້ແລກປ່ຽນຄວາມເຫັນ ກ່ຽວກັບການພົວພັນລະຫວ່າງສອງກອງທັບ, ສະພາບການສາກົນແລະພາກພື້ນ ລວມທັງບັນຫາອື່ນໆ.