ຈີນຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງສະເໝີຕົ້ນສະເໝີປາຍ

2023-12-06 10:02:38 cri

ລະຫວ່າງວັນທີ 30 ພະຈິກຫາວັນທີ 12 ທັນວານີ້, ກອງປະຊຸມພາຄີ “ສົນທິສັນຍາຂອບການປ່ຽນແປງດິນຟ້າອາກາດຂອງອົງການ ສປຊ” ຄັ້ງທີ 28 ຫຼື COP28 ໄດ້ຈັດຂຶ້ນຢູ່ນະຄອນດູໄບສະຫະນະຄອນເອເມຣັດອາຣັບ. ກອງເລຂາ “ສົນທິສັນຍາຂອບການປ່ຽນແປງດິນຟ້າອາກາດຂອງອົງການ ສປຊ” ແຈ້ງໃຫ້ຮູ້ວ່າ: ກອງປະຊຸມວ່າດ້ວຍການປ່ຽນແປງດິນຟ້າອາກາດຂອງອົງການ ສປຊ ຄັ້ງນີ້ໄດ້ຈັດຂຶ້ນໃນລະຫວ່າງປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງມະນຸດນັບຕັ້ງແຕ່ເລີ່ມເກັບກຳສະຖິຕິເປັນຕົ້ນມາ, ນີ້ແມ່ນຈຸດເວລາທີ່ມີລັກສະນະຕັດສິນໃນການຈັດຕັ້ງປະຕິບັດຄຳໝັ້ນສັນຍາດິນຟ້າອາກາດ ແລະ ປ້ອງກັນຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກ ການປ່ຽນແປງດິນຟ້າອາກາດ.

ໃນຖານະເປັນປະເທດພວມພັດທະນາໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນຖືເອົາການຮັບມືກັບການປ່ຽນແປງດິນຟ້າອາກາດຢ່າງຕັ້ງໜ້າເປັນຄວາມຮຽກຮ້ອງຕ້ອງການພາຍໃນໃນການບັນລຸການພັດທະນາແບບຍືນຍົງຂອງຕົນ ທັງປະກອບສ່ວນສະຕິປັນຍາ ແລະກຳລັງແຮງເຂົ້າໃນການຄຸ້ມຄອງດິນຟ້າອາກາດຂອງໂລກ. ທ່ານຕິ່ງເສ່ຍຊຽງ ຮອງນາຍົກລັດຖະມົນຕີຈີນໄດ້ກ່າວປາໄສໃນກອງປະຊຸມສຸດຍອດການປ່ຽນແປງດິນຟ້າອາກາດຂອງກຸ່ມ 77 ປະເທດ ແລະ ຈີນທີ່ຈັດຂຶ້ນຢູ່ນະຄອນດູໄບໃນເວລາດຽວກັນວ່າ: ຈີນໄດ້ຮັກສາຄຳໝັ້ນສັນຍາຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຄຸ້ມຄອງດິນຟ້າອາກາດຂອງໂລກ, ແລະໄດ້ວາງຂໍ້ສະໜີ 3 ຂໍ້ກ່ຽວກັບການຄຸ້ມຄອງດິນຟ້າອາກາດຂອງໂລກ ຄື: ປະຕິບັດລັດທິຫຼາຍຝ່າຍ, ເລັ່ງເລັດການຫັນເປັນສີຂຽວ ແລະ ເພີ່ມທະວີການຈັດຕັ້ງປະຕິບັດ. ໃນປີ 2022, ປະລິມານການປ່ອຍກາກບອນຂອງຈີນຫຼຸດລົງຫຼາຍກວ່າ 51% ເມື່ອທຽບໃສ່ປີ 2005. ໃນດ້ານການຫັນເປັນສີຂຽວ, ຈີນດຳເນີນການຢ່າງເດັດຂາດ ແລະມີອຳນາດ, ໄດ້ຮັບການຍອມຮັບຈາກປະເທດຕ່າງໆ, ແລະ ເຫັນວ່າເປັນປະເທດຊຸກຍູ້ທີ່ສຳຄັນຂອງການປ່ຽນແປງໃໝ່ເພື່ອບັນລຸການຫັນເປັນສີຂຽວທີ່ຈຳເປັນ.

ໃນຂະນະທີ່ປະຕິບັດໜ້າທີ່ໃນການຮັບມືກັບການປ່ຽນແປງດິນຟ້າອາກາດຢູ່ພາຍໃນປະເທດ, ຈີນຍັງຕັ້ງໜ້າເຂົ້າຮ່ວມການບໍລິຫານຂອງໂລກເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ. ເຂົ້າຮ່ວມຂະບວນການຫຼາຍຝ່າຍຂອງການປ່ຽນແປງດິນຟ້າອາກາດຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນ, ປະຕິບັດ “ສົນທິສັນຍາຂອບການປ່ຽນແປງດິນຟ້າອາກາດຂອງອົງການ ສປຊ” ພ້ອມ “ສັນຍາປາຣີ”, ດຳເນີນການຮ່ວມມືໃຕ້-ໃຕ້ກ່ຽວກັບການປ່ຽນແປງດິນຟ້າອາກາດຢ່າງເລິກເຊິ່ງ, ເຖິງວ່າຈີນແມ່ນປະເທດພວມພັດທະນາ ແຕ່ໃນຖານະເປັນກຸ່ມເສດຖະກິດໃຫຍ່ທີ່ສຸດອັນດັບທີ 2 ຂອງໂລກ, ຈີນໄດ້ສຸມກຳລັງຊຸກຍູ້ການປະຢັດພະລັງງານ ແລະຫຼຸດຜ່ອນການປ່ອຍກາກບອນ, ພ້ອມດຽວກັນຍັງໄດ້ຈັດສັນເງິນພິເສດ 20 ຕື້ຢວນເພື່ອສະໜັບສະໜູນການຮ່ວມມືໃຕ້-ໃຕ້ດ້ານການປ່ຽນແປງດິນຟ້າອາກາດ.

ໂດຍອີງຕາມຫຼັກການທີ່ມີຄວາມຮັບຜິດຊອບອັນດຽວກັນແຕ່ມີພັນທະທີ່ແຕກຕ່າງກັນ, ລັດຖະບານຈີນຍັງຮຽກຮ້ອງໃຫ້ປະເທດທີ່ພັດທະນາແລ້ວເພີ່ມທະວີການສະໜັບສະໜູນດ້ານການເງິນ, ເຕັກໂນໂລຊີ ແລະ ການສ້າງຄວາມສາມາດໃຫ້ແກ່ປະເທດພວມພັດທະນາຢ່າງແທ້ຈິງ, ເພື່ອຊ່ວຍປະເທດພວມພັດທະນາຮັບມືກັບການປ່ຽນແປງດິນຟ້າອາກາດ. ຈີນຍິນດີຮ່ວມທຸກຮ່ວມສຸກ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບປະເທດພວມພັດທະນາຢ່າງຫຼວງຫຼາຍ, ຈັບມືກັນກ້າວໄປສູ່ອະນາຄົດອັນດີງາມທີ່ສີຂຽວ ແລະ ກາກບອນຕ່ຳ.

ກອງປະຊຸມພາຄີ “ສົນທິສັນຍາຂອບການປ່ຽນແປງດິນຟ້າອາກາດຂອງອົງການ ສປຊ” ຈັດຂຶ້ນປີລະເທື່ອ, ແມ່ນເວທີປາໄສຕັດສິນນະໂຍບາຍ ຫຼາຍຝ່າຍດ້ານການປ່ຽນແປງດິນຟ້າອາກາດພຽງແຕ່ແຫ່ງດຽວໃນໂລກ. ສິ່ງທີ່ໜ້າສົນໃຈນັ້ນຄື COP28 ແມ່ນກອງປະຊຸມວ່າດ້ວຍດິນຟ້າອາກາດທີ່ໃຫຍ່ທີ່ສຸດໃນປະຫວັດສາດ ໂດຍເກືອບທຸກປະເທດພາຄີກໍໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ໂດຍປະເຊີນກັບສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາດ, ມວນມະນຸດມີຊາຕາກຳຮ່ວມກັນ, ບັນດາຝ່າຍຄວນເພີ່ມຄວາມຕັດສິນໃຈ ແລະ ຄວາມສາມາດໃນການຮັບມືກັບສິ່ງທ້າທາຍດັ່ງກ່າວຮ່ວມກັນ. ໃນຖານະເປັນປະເທດພວມພັດທະນາໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນຍິນດີຮ່ວມກັບບັນດາຝ່າຍເພື່ອສ້າງໂລກທີ່ສະອາດ ແລະ ສວຍງາມ.