ເດືອນວັດທະນະທຳຈີນ-ອາຊຽນຄັ້ງທຳອິດ ກໍຄືສັບປະດາງິ້ວຈີນ-ອາຊຽນຄັ້ງທີ 10 ຈັດຂຶ້ນຢູ່ນະຄອນໜານໜິງ

2023-12-06 10:47:24 cri

ຕອນຄ່ຳວັນທີ 5 ທັນວານີ້, ເດືອນວັດທະນະທຳຈີນ-ອາຊຽນຄັ້ງທຳອິດ ກໍຄືສັບປະດາງິ້ວຈີນ-ອາຊຽນຄັ້ງທີ 10 ຈັດຂຶ້ນຢູ່ນະຄອນໜານໜິງເທສະບານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ຕາມຂ່າວແຈ້ງວ່າ, ສັບປະດາງິ້ວຈີນ-ອາຊຽນຄັ້ງທີ 10 ຈະດຳເນີນໄປເຖິງວັນທີ 10 ທັນວານີ້. ສ່ວນເດືອນວັດທະນະທຳຈີນ-ອາຊຽນຄັ້ງທຳອິດຈະດຳເນີນໄປເຖິງທ້າຍເດືອນມັງກອນ 2024.