ລົດບັດຄັນໜຶ່ງຂອງຟີລິບປິນຕົກເຫວ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ

2023-12-06 10:58:57 cri

ສື່ມວນຊົນຟີລິບປິນລາຍງານຂ່າວໃຫ້ຮູ້ວ່າ: ເວລາ 16 ໂມງ 40 ນາທີຂອງວັນທີ 5 ທັນວານີ້, ລົດບັດຄັນໜຶ່ງໄດ້ຕົກເຫວຢູ່ຕາແສງຮຳຕິກແຂວງອັນຕິກຂອງຟີລິບປິນ.


ມາຮອດປັດຈຸບັນນີ້, ອຸບັດເຫດດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ນອກນີ້ຍັງມີຜູ້ບາດເຈັບສາຫັດ 7 ຄົນ ແລະ ບາດເຈັບເລັກນ້ອຍ 4 ຄົນ. ປັດຈຸບັນ, ວຽກງານຄົ້ນຫາໄດ້ສິ້ນສຸດລົງແລ້ວ.