ສົງການໄທຖືກຈັດເຂົ້າເປັນມໍລະດົກວັດທະນະທຳໂລກ

2023-12-07 10:54:04 cri

ວັນທີ 6 ທັນວານີ້, ສົງການໄທໄດ້ຖືກອົງການເພື່ອການສຶກສາ ວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ອຸຍເນັສໂກຈັດເຂົ້າເປັນມໍລະດົກວັດທະນະທຳໂລກ.

ລະຫວ່າງວັນທີ 13 ຫາ 15 ເມສາຂອງທຸກໆປີເປັນບຸນສົງການ ກໍຄືບຸນປີໃໝ່ທີ່ເປັນມູນເຊື້ອຂອງໄທ ຫຼື ເອີ້ນວ່າບຸນຫົດນ້ຳ, ເປັນວັນບຸນສຳຄັນທີ່ຊາວໄທສະຫຼອງຢູ່ກັບຄອບຄົວ ແລະ ອວຍພອນເຊິ່ງກັນແລະກັນ. ຄົນທັງຫຼາຍຫົດນ້ຳໃສ່ກັນ ເຊິ່ງມີຄວາມໝາຍເພື່ອລ້າງສວ່າຍສິ່ງບໍ່ດີໃນປີຜ່ານມາໃຫ້ຫາຍໄປ ແລະ ອວຍພອນຮັບໂຊກໄຊໃນປີໃໝ່.

ກ່ອນໜ້ານີ້, ຢູ່ໄທມີມໍລະດົກວັດທະນະທຳ 3 ລາຍການໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳມວນມະນຸດຂອງອົງການອຸຍເນັສໂກ ແລ້ວ ຄື: ລະຄອນໂຂນໃນປີ 2018, ນວດແຜນໄທບູຮານໃນປີ 2019 ແລະ ຟ້ອນໂນຣາໃນປີ 2021.