ກອງສິລະປະດົນຕີກອງທັບປົດປ່ອຍປະຊາຊົນຈີນເດີນທາງໄປສະແດງຢູ່ລາວຕາມການເຊື້ອເຊີນ

2023-12-07 11:04:01 cri

ເພື່ອສະເຫຼີມສະຫຼອງກອງທັບປະຊາຊົນລາວສ້າງຕັ້ງຂຶ້ນຄົບຮອບ 75 ປີ, ຫວ່າງມໍ່ໆມານີ້, ກອງສິລະປະດົນຕີກອງທັບປົດປ່ອຍປະຊາຊົນຈີນໄດ້ເດີນທາງໄປສະແດງຢູ່ລາວຕາມການເຊື້ອເຊີນ. ຕອນຄ່ຳວັນທີ 5 ທັນວານີ້, ກອງສິລະປະດົນຕີໄດ້ຈັດການສະແດງຢູ່ສະໂມສອນກະຊວງປ້ອງກັນປະເທດລາວ.


ການສະແດງໃນມື້ນັ້ນໄດ້ເລີ່ມຕົ້ນຈາກການບັນເລງເພງຂອງສອງກອງທັບຈີນ-ລາວ, ຍັງໄດ້ບັນເລງເພງອະມະຕະຕ່າງໆ ເຊັ່ນ: “ຕຸ່ງຟ່າງຫົງ”, “ຂ່າວດີປັກກິ່ງເຜີຍແຜ່ໄປເຖິງບ້ານເມືອງເຂດຫ່າງໄກສອກຫຼີກ” ເຫຼົ່ານີ້ເປັນຕົ້ນ.


ໃນໄລຍະເຄື່ອນໄຫວຢູ່ປະເທດລາວ, ກອງສິລະປະດົນຕີກອງທັບປົດປ່ອຍປະຊາຊົນຈີນຍັງຈະຈັດງານສະແດງດົນຕີສະເພາະ 5 ຄັ້ງຢູ່ວິທະຍາຄານປ້ອງກັນຊາດລາວ, ສະໂມສອນກົມໃຫຍການເມືອງກອງທັບປະຊາຊົນລາວເປັນຕົ້ນ.