ທ່ານຫວາງຢີ້ຈະເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ຄັ້ງທີ 8 ວ່າດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

2023-12-07 11:05:37 cri

ວັນທີ 6 ທັນວານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຜ່ານການເປິກສາຫາລືກັບບັນດາປະເທດລຸ່ມແມ່ນ້ຳຂອງ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານທັນສະເວ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດມຽນມາ ທີ່ເປັນປະທານຮ່ວມກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈະຮ່ວມກັນເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ຄັ້ງທີ 8 ວ່າດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 7 ທັນວານີ້.