ຮັບຮູ້ກ່ຽວກັບເສດຖະກິດຈີນຈາກຂໍ້ມູນຕ່າງໆໃນສາກົນ

2023-12-07 17:25:56 cri

ປະລິມານການຈຳໜ່າຍລົດໃຊ້ພະລັງງານໃໝ່ຂອງຈີນໄດ້ຄອງອັນດັບໜຶ່ງໃນໂລກເປັນເວລາ 8 ປີລຽນຕິດ. ນີ້ເປັນສັນຍານທີ່ສະແດງໃຫ້ເຫັນເຖິງການພັດທະນາທີ່ຄຶກຄັກຂອງເສດຖະກິດຈີນ. ຜ່ານການວິເຄາະຂໍ້ມູນສະຖິຕິຕ່າງໆໃນສາກົນ, ພວກເຮົາຈະສາມາດຮັບຮູ້ກ່ຽວກັບເສດຖະກິດຈີນໄດ້ຕື່ມອີກ.

ໃນນັ້ນ, ຈັງຫວະການເຕີບໂຕຂອງເສດຖະກິດເປັນດັດຊະນີທີ່ເຫັນໄດ້ໂດຍກົງ. ໃນ 3 ໄຕມາດທຳອິດຂອງປີນີ້, ເສດຖະກິດຈີນໄດ້ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນໄລຍະດຽວກັນ, ຈັງຫວະການເຕີໂຕຂອງເສດຖະກິດອາເມຣິກາເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍແມ່ນ 2,4%, ສ່ວນເຂດທີ່ໃຊ້ເງິນເອີໂຣແມ່ນປະມານ 0,5%. “ເສດຖະກິດຈີນເພີ່ມຂຶ້ນ 5%, ບາງຄົນພັດວ່າຈະພັງທະລາຍ; ເສດຖະກິດອາເມຣິກາເພີ່ມຂຶ້ນພຽງແຕ່ 2% ເທົ່ານັ້ນ, ບາງຄົນພັດວ່າມີຄວາມຈະເລີນ.” ນີ້ຄືຖ້ອຍຄຳທີ່ວິພາກວິຈານເກີນຈິງຕໍ່ເສດຖະກິດຈີນ ເຊິ່ງບຸກຄົນ ແລະ ອົງການສາກົນສ່ວນໃຫຍ່ບໍ່ເຫັນດີນຳ.

ພວກເຮົາມາເບິ່ງຂໍ້ມູນກ່ຽວກັບວິສາຫະກິດຂ້າມຊາດ ທີ່ມີຄວາມສະດຸ້ງໄວ ແລະ ອ່ອນໄຫວທີ່ສຸດຕໍ່ການຕະຫຼາດ: ລະຫວ່າງເດືອນມັງກອນຫາເດືອນຕຸລາປີນີ້, ຈີນໄດ້ສ້າງຕັ້ງວິສາຫະກິດໃໝ່ທີ່ລົງທຶນໂດຍນັກທຸລະກິດຕ່າງປະເທດຈຳນວນ 41.947 ແຫ່ງ, ເພີ່ມຂຶ້ນ 32,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນສາຍຕາຂອງວິສາຫະກິດຂ້າມຊາດຫຼາຍແຫ່ງ, “ການເຮັດທຸລະກິດກັບຈີນ” ໝາຍເຖິງຄວາມສະດວກ. ຄວາມສະດວກສາມາດນຳມາເຊິ່ງຜົນປະໂຫຍດ. ຈີນເປັນຕະຫຼາດບໍລິໂພກໃຫຍ່ອັນດັບ 2 ຂອງໂລກ ແລະ ເປັນຕະຫຼາດຂາຍຍ່ອຍທາງອອນລາຍໃຫຍ່ອັນດັບ 1 ຂອງໂລກ. ຕາມການຄິດໄລ່ ແລະ ຄາດຄະເນແລ້ວ, ອັດຕາຜົນກຳໄລຈາກການລົງທຶນຢູ່ຈີນໂດຍກົງຂອງຕ່າງປະເທດໃນ 5 ປີຜ່ານມາແມ່ນ 9,1%, ສ່ວນຢູ່ເອີຣົບ ແລະ ອາເມຣິກາມີພຽງແຕ່ປະມານ 3% ເທົ່ານັ້ນ, ສ່ວນຢູ່ກຸ່ມເສດຖະກິດຈະເລີນໃໝ່ ເຊັ່ນ: ບຣາຊິນ, ອາຟຣິກາໃຕ້, ອິນເດຍ ແລະອື່ນໆ ແມ່ນປະມານ 4% ຫາ 8%.

ຖ້າເບິ່ງຈາກດ້ານທີ່ເລິກເຊິ່ງກວ່ານີ້ ພວກເຮົາສາມາດສັງເກດໄດ້ວ່າ: ປັດຈຸບັນ, ເສດຖະກິດໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍຕ່າງໆນາໆ ເຊັ່ນ: ໄພເງິນເຟີ້ເພີ່ມຂຶ້ນ, ການປະທະກັນດ້ານການເມືອງພູມີພາກ, ວິກິດການດ້ານພະລັງງານ, ວິກິດການດ້ານສະບຽງອາຫານ ແລະອື່ນໆ, “ຄວາມໝັ້ນທ່ຽງ” ໄດ້ກາຍເປັນຊັບພະຍາກອນທີ່ຫາຍາກ. ສ່ວນສິ່ງທີ່ຈີນອຳນວຍນັ້ນກໍຄືຄວາມໝັ້ນທ່ຽງ. ຈີນເນັ້ນໜັກບັນດາປະເທດພັດທະນາຮ່ວມກັນ, ສ້າງສາເສດຖະກິດໂລກແບບເປີດກວ້າງ ແລະ ບັນລຸຄວາມທັນສະໄໝຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງແຕກຕ່າງກັນກັບປະເທດຝ່າຍຕາເວັນຕົກຈຳນວນໜຶ່ງທີ່ປະຕິບັດ “ການຕັດການພົວພັນ”ດ້ານເສດຖະກິດ.