ຈີນ-ລາວຮ່ວມກັນຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ແລະ ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວສາມາດເວົ້າໄດ້ວ່າເປັນແບບຢ່າງ

2023-12-07 16:01:23 cri

ປີ 2023 ແມ່ນທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ທັດສະນະປະຊາຄົມຮ່ວມຊາຕາກຳມວນມະນຸດຄົບຮອບ 10 ປີ, ທັງແມ່ນທ່ານສີຈິ້ນຜິງ ລິເລີ່ມການສ້າງຄູ່ຮ່ວມຊາຕາກຳຈີນ-ລາວຄົບຮອບ 10 ປີ. ໃນໄລຍະ 10 ປີຜ່ານມາ, ສອງປະເທດຈີນ-ລາວຮ່ວມກັນຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ເຮັດໃຫ້ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວແຕກດອກອອກໝາກຢ່າງບໍ່ຢຸດຢັ້ງ, ສາມາດເວົ້າໄດ້ວ່າເປັນແບບຢ່າງດ້ານການເຊື່ອມໂຍງເຊື່ອມຈອດກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຂໍ້ຜູກພັນດ້ານຄູ່ຮ່ວມຊາຕາກຳຈີນ-ລາວນັບມື້ນັບແໜ້ນແຟ້ນກວ່າເກົ່າ.

ໃນໄລຍະ 10 ປີຜ່ານມາ, ການຕິດຕໍ່ພົວພັນດ້ານນະໂຍບາຍລະຫວ່າງຈີນກັບລາວສືບຕໍ່ລົງສູ່ລວງເລິກ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຊື່ອມຈອດກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລຫັນເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງລາວຢ່າງຮອບດ້ານ. ໃນໜຶ່ງປີມານີ້, ປະມຸກລັດສອງປະເທດໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຕ່າງໆກ່ຽວກັບການສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ, ໂດຍສະເພາະແມ່ນຜູ້ນຳສູງສຸດຂອງພັກ ແລະ ລັດທັງສອງປະເທດຮ່ວມກັນລົງນາມໃນແຜນການດຳເນີນງານ 5 ປີສະບັບໃໝ່ກ່ຽກວັບການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ເຊິ່ງແມ່ນເອກະສານຮ່ວມມືສອງຝ່າຍພຽງສະບັບດຽວທີ່ຜູ້ນຳສູງສຸດຂອງສອງປະເທດລົງນາມໃນໄລຍະຈັດກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3, ມີຄວາມໝາຍສຳຄັນທີ່ສຸດ, ເປັນການແຕ້ມແຜນຜັງອັນຍິ່ງໃຫຍ່ໃຫ້ແກ່ການຂະຫຍາຍສາຍພົວພັນລະຫວ່າງຈີນກັບລາວໃນໄລຍະຕໍ່ໄປ.

ໃນໄລະຍະ 10 ປີຜ່ານມາ, ການກໍ່ສ້າງພື້ນຖານໂຄງລ່າງເຮັດໃຫ້ສອງປະເທດເຊື່ອມໂຍງເຊື່ອມຈອດກັນໄດ້ຮັບໝາກຜົນຢ່າງພົ້ນເດັ່ນ. ພາຍຫຼັງທາງລົດໄຟຈີນ-ລາວເປີດນຳໃຊ້ 2 ປີມານີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານນັບລວມແລ້ວບັນລຸ 24,2 ລ້ານເທື່ອຄົນ, ແລະ ໄດ້ຂົນສົ່ງສິນຄ້າ 29,1 ລ້ານໂຕນ, ໄດ້ເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຄຳດ້ານການຂົນສົ່ງນັບມື້ນັບພົ້ນເດັ່ນຂຶ້ນ, ໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ. ທາງດ່ວນຕອນນະຄອນຫຼວງວຽງຈັນຫາເຂດວັງວຽງກາຍເປັນ “ຊ່ອງທາງດ່ວນ” ທີ່ເຊື່ອມຈອດຕົວເມືອງສອງແຫ່ງ, ເຄືອຂ່າຍໄຟຟ້າຈີນ-ລາວບັນລຸການສົ່ງໄຟຟ້າແກ່ກັນເປັນຄັ້ງທຳອິດ, ເຂດພັດທະນາສັງລວມໄຊເສດຖານະຄອນຫຼວງວຽງຈັນ, ເຂດຮ່ວມມືເສດຖະກິດບໍ່ເຕັນໄດ້ກາຍເປັນເວທີສຳຄັນຂອງທ້ອງຖິ່ນທີ່ດຶງດູດທຶນຕ່າງປະເທດໄດ້ຢ່າງໝັ້ນທ່ຽງ ແລະ ຮັບປະກັນການສ້າງໂອກາດວຽກເຮັດງານທຳ.

ໃນໄລຍະ 10 ປີຜ່ານມາ, ການຄ້າຈີນ-ລາວໄດ້ຮັກສາທ່າອ່ຽງການເຕີບໂຕຢ່າງວ່ອງໄວ ແລະ ໝັ້ນທ່ຽງ. ປີ 2022, ຍອດມູນຄ່າການຄ້າລະຫວ່າງຈີນກັບລາວບັນລຸເຖິງ 5,68 ຕື້ໂດລາ, ເພີ່ມຂຶ້ນ 1 ເທົ່າເມື່ອທຽບກັບ 10 ປີກ່ອນ. ຈີນໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງລາວ, ຜະລິດຕະພັນກະສິກຳທີ່ລາວສົ່ງອອກຕ່າງປະເທດມີ 80% ຂຶ້ນໄປໄດ້ຂາຍຢູ່ປະເທດຈີນ. ໂດຍຜ່ານງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ເວທີຊຸກຍູ້ການຄ້າສຳຄັນຕ່າງໆ, ກາເຟ, ໃບຊາ, ເບຍລາວ ແລະ ຜະລິດຕະພັນອື່ນໆທີ່ດີເດັ່ນຂອງລາວໄດ້ກ້າວເຂົ້າສູ່ຄອບຄົວຊາວຈີນເປັນຈຳນວນຫຼວງຫຼາຍ.

ໃນໄລຍະ 10 ປີຜ່ານມາ,  ບ້ານຈັດສັນຍ້ອນການສ້າງທາງລົດໄຟ, ໂຮງໝໍມະໂຫສົດ, ສະຖາບັນເຕັກນິກວິຊາຊີບທາງລົດໄຟລາວ ແລະ ໂຄງການຕ່າງໆທີ່ຈີນຊ່ວຍເຫຼືອໄດ້ສ້າງສຳເລັດເທື່ອລະກ້າວ, ໄດ້ຍົກສູງຄວາມສາມາດຂອງປະເທດລາວໃນຂົງເຂດຕ່າງໆເຊັ່ນ: ຊີວິດການເປັນຢູ່ຂອງປະຊາຊົນ, ການປິ່ນປົວພະຍາດ, ການສຶກສາ, ການລຶບລ້າງຄວາມທຸກຍາກ ແລະ ຂົງເຂດອື່ນໆ.

    ການປະຕິບັດຢ່າງສຳເລັດຜົນທີ່ຈີນ-ລາວຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວຢືນຢັນວ່າ, ຄູ່ຮ່ວມຊາຕາກຳບໍ່ພຽງແຕ່ມີຄວາມອາດເປັນໄປໄດ້, ເຊື້ອໝັ້ນໄດ້ ແລະ ປະຕິບັດໄດ້, ຍິ່ງໄປກວ່ານັ້ນຍັງມີອະນາຄົດທີ່ດີ. ໂດຍອວ່າຍໜ້າໄປສູ່ອະນາຄົດ, ຈີນຍິນດີທຳຄວາມພະຍາຍາມຮ່ວມກັນກັບປະເທດລາວ, ອອກແຮງຊຸກຍູ້ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ແລະ ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໃຫ້ແຕກດອກໃໝ່ ແລະ ອອກໝາກໃໝ່ຢ່າງບໍ່ຢຸດຢັ້ງ, ຂຽນບົດຄວາມໃໝ່ອັນສະຫງ່າລາສີໃນຂະຫບວນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດອັນຍິ່ງໃຫຍ່.