ທ່ານສີຈິ້ນຜິງພົບປະກັບປະທານສະພາມົນຕີເອີຣົບ ແລະ ປະທານຄະນະກຳມາທິການສະຫະພາບເອີຣົບ

2023-12-07 16:41:52 cri

ວັນທີ 7 ທັນວາ 2023 ຢູ່ຫໍຮັບແຂກເມືອງຕ້ຽວອີທາຍທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຊາເລັສ ມີແຊວ ປະທານສະພາມົນຕີເອີຣົບ ແລະ ທ່ານນາງ ອູຊູລາ ວອນເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບໂອກາດເດີນທາງມາເຂົ້າຮ່ວມການພົບປະລະຫວ່າງຜູ້ນຳຈີນ-ສະຫະພາບເອີຣົບຄັ້ງທີ 24 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ: ປີນີ້ແມ່ນຈີນ ແລະ ສະຫະພາບເອີຣົບສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 20 ປີ. ເສດຖະກິດຈີນ ແລະ ສະຫະພາບເອີຣົບມີຄວາມຊ່ວຍຊູຍູ້ໜູນກັນໃນລະດັບສູງ, ສອງຝ່າຍຄວນເພີ່ມທະວີຄວາມຍູ້ໜູນກັນດ້ວຍທ່າແຮງຂອງແຕ່ລະຝ່າຍດ້ານຕະຫຼາດ, ເງິນທຶນ ແລະ ເຕັກນິກ, ຊຸກຍູ້ໃຫ້ອຸດສາຫະກຳດັ້ງເດີມຍົກລະດັບ ແລະ ພັດທະນາອຸດສາຫະກຳໃໝ່, ຄົ້ນຄວ້າຮູບແບບໃໝ່ດ້ານການຮ່ວມມື, ສ້າງຈຸດເຕີບໂຕໃໝ່, ຮ່ວມກັນສຸມກຳລັງເຂົ້າໃນການປັບປຸງຕ່ອງໂສ້ອຸດສາຫະກຳ ແລະ ປັບປຸງຕ່ອງໂສ້ການສະໜອງໃຫ້ສົມບູນຂຶ້ນ. ສອງຝ່າຍຄວນເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ເຮັດໃຫ້ການໄປມາຫາສູກັນດ້ານບຸກຄະລາກອນສະດວກກວ່າເກົ່າ. ສອງຝ່າຍຄວນເພີ່ມທະວີການແລກປ່ຽນ ແລະ ປະສານສົມທົບກັນພາຍໃຕ້ຂອບຫຼາຍຝ່າຍເຊັ່ນ: ອົງການສະຫະປະຊາຊາດ, ກຸ່ມ 20 ປະເທດເປັນຕົ້ນ, ຄວນຍຶດໝັ້ນລັດທິຫຼາຍຝ່າຍ, ຊຸກຍູ້ການແກ້ໄຂບັນຫາເຄັ່ງຮ້ອນຂອງພາກພື້ນ ແລະ ສາກົນດ້ວຍວິທີທາງການເມືອງ.

ທ່ານຊາເລັສ ມີແຊວ ປະທານສະພາມົນຕີເອີຣົບ ແລະ ທ່ານນາງ ອູຊູລາ ວອນເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບຕ່າງກໍກ່າວວ່າ: ສະຫະພາບເອີຣົບ ແລະ ຈີນແມ່ນຄູ່ຮ່ວມມືເສດຖະກິດການຄ້າທີ່ສຳຄັນຂອງກັນແລະກັນ, ຂົງເຂດການຮ່ວມມືນັບມື້ນັບກວ້າງຂວາງກວ່າເກົ່າ. ການຮ່ວມມືລະຫວ່າງສະຫະພາບເອີຣົບກັບຈີນແມ່ນການຮ່ວມມືທີ່ສະເໝີພາບກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການຄຸ້ມຄອງ ແລະ ຂະຫຍາຍສາຍພົວພັນລະຫວ່າງສະຫະພາບເອີຣົບກັບຈີນໃຫ້ດີ, ແມ່ນກ່ຽວຂ້ອງເຖິງຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍໂດຍກົງ, ທັງກ່ຽວຂ້ອງເຖິງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງຂອງໂລກ. ສະຫະພາບເອີຣົບຍຶດໝັ້ນປະຕິບັດນະໂຍບາຍຈີນດຽວ. ສະຫະພາບເອີຣົບຍິນດີເພີ່ມທະວີການແລກປ່ຽນກັບຈີນກ່ຽວກັບບັນຫາທີ່ມີຄວາມເຫັນແຕກຕ່າງກັນດ້ວຍທ່າທີທີ່ເຄົາລົບນັບຖືເຊິ່ງກັນແລະກັນ ແລະ ກົງໄປກົງມາ. ສະຫະພາບເອີຣົບຍິນດີແລກປ່ຽນ ແລະ ປະສານສົມທົບກັບຈີນຢ່າງແໜ້ນແຟ້ນ, ຮັກສາລັດທິຫຼາຍຝ່າຍ, ຮັກສາຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ຊຸກຍູ້ການແກ້ໄຂບັນຫາເຄັ່ງຮ້ອນຂອງພາກພື້ນຕ່າງໆເຊັ່ນ: ບັນຫາອູແກຣນ, ບັນຫາຕາເວັນອອກກາງ ແລະ ບັນຫາອື່ນໆ.