ການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຕາມທາງລົດໄຟຈີນ-ລາວມີຫຼາຍກວ່າ 6 ລ້ານໂຕນນັບແຕ່ເປີດບໍລິການເປັນຕົ້ນມາ

2023-12-08 10:54:50 cri

ທາງລົດໄຟຈີນ-ລາວໄດ້ເປີດບໍລິການສອງປີປາຍ, ມາຮອດວັນທີ 6 ທັນວານີ້, ຍອດປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວມີຫຼາຍກວ່າ 6 ລ້ານໂຕນ, ປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຕໍ່ມື້ໄດ້ເພີ່ມຂຶ້ນ 4 ເທົ່າ ເມື່ອທຽບໃສ່ໄລຍະຫາກໍ່ເປີດບໍລິການ.


ຕາມຂ່າວແຈ້ງວ່າ, ການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວ ໄດ້ປົກຄຸມ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ຈີນ, ລາວ, ໄທ, ມຽນມາ, ຫວຽດນາມເປັນຕົ້ນ ພ້ອມທັງໄດ້ຖືເອົານະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນເປັນຈຸດເຊື່ອມຕໍ່, ໄດ້ສ້າງເຄືອຂ່າຍຂົນສົ່ງທີ່ເຊື່ອມຕໍ່ກັບຫຼາຍປະເທດຢູ່ອາຊີຕາເວັນອອກສຽງໃຕ້, ອາຊີໃຕ້ ແລະ ເອີຣົບ.


ນັບແຕ່ເປີດບໍລິການເປັນເວລາ 2 ປີປາຍເປັນຕົ້ນມາ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນໄດ້ເລີ່ມຈາກມື້ລະ 2 ຖ້ຽວໃນໄລຍະຫາກໍເປີດບໍລິການເປັນມື້ລະ 14 ຖ້ຽວໃນປັດຈຸບັນ, ໄລຍະ 2 ປີຜ່ານມາໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນທັງໝົດ 8.797 ຖ້ຽວ, ໄດ້ຂົນສົ່ງສິນຄ້າ 2.700 ກວ່າຊະນິດ. ນັບແຕ່ເດືອນມັງກອນຫາເດືອນພະຈິກປີນີ້, ດ່ານເມືອງຫຼ້າແຂວງຢຸນນານຈີນໄດ້ຕິດຕາມຄຸ້ມຄອງ, ກວດກາ ແລະ ອະນຸມັດປ່ອຍສິນຄ້າຂາເຂົ້າ-ຂາອອກຕາມທາງລົດໄຟຈີນ-ລາວ 3,73 ລ້ານໂຕນ, ເພີ່ມຂຶ້ນ 98,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.