ຄວາມຕໍ່ເນື່ອງຂອງອະລິຍະທຳ ແລະ ເສັ້ນທາງການພັດທະນາ

2023-12-08 10:46:51 CRI

 

    ແງ່ມູມ ແລະ ສາຍຕາທີ່ແຕກຕ່າງກັນເຮັດໃຫ້ພວກເຮົາມອງເບິ່ງໄປສູ່ໂລກທີ່ແຕກຕ່າງກັນ. ຖ້າບໍ່ຮັບຮູ້ຈີນຈາກຄວາມຕໍ່ເນື່ອງຂອງປະຫວັດສາດອັນຍາວນານ, ຈະບໍ່ສາມາດເຂົ້າໃຈປະເທດຈີນໃນສະໄໝບູຮານ, ຍິ່ງບໍ່ສາມາດເຂົ້າໃຈປະເທດຈີນໃນອະນາຄົດ. ປະເທດຈີນໃນຍຸກປັດຈຸບັນເປັນການສືບຕໍ່ ແລະ ການຂະຫຍາຍຕົວຂອງປະເທດຈີນໃນປະຫວັດສາດ, ເມື່ອຮັບຮູ້ເລື່ອງນີ້ແລ້ວ, ຈຶ່ງເປັນບາດກ້າວທຳອິດທີ່ເຂົ້າໃຈປະເທດຈີນ.


    “ມີເພື່ອນມິດມາຈາກທາງໄກ, ມັນເປັນເລື່ອງທີ່ເປັນໜ້າມ່ວນຊື່ນແທ້ໆ”, ນີ້ເປັນຄວາມໜຶ່ງທີ່ບັນທຶກໄວ້ຢູ່ໃນຕຳລາບູຮານ “ລຸນຢວີ”ຂອງຈີນ. ຕຳລາບູຮານເມື່ອ 2500 ກວ່າປີຫົວນີ້, ໄດ້ບັນທຶກຄວາມເວົ້າ ແລະ ການກະທຳຂອງຂົງຈື້ ນັກຄົ້ນຄິດບູຮານຈີນ ແລະລູກສິດຂອງເພິ່ນ. ທຸກຄົນທີ່ຮັບຮູ້ດີກ່ຽວກັບວັດທະນະທຳຈີນ, ລ້ວນແຕ່ສາມາດອ່ານສຳນວນອະມະຕະຈຳນວນໜຶ່ງໃນຕຳລາ “ລຸນຢວີ”.


    ມື້ນີ້, ພວກເຮົາໄດ້ເດີນທາງມາຮອດເມືອງຊວີ່ຟູ້ແຂວງຊ່ານຕົ່ງຈີນ ທີ່ເປັນບ່ອນເກີດຂອງຂົງຈື້ ທັງເປັນບ່ອນກຳເນີດຂອງວັດທະນະທຳປັດຊະຍາຂົງຈື້ ແລະ ພົບກັບສາສະດາຈານຂົງຊິ່ນເຟີ່ງ ລູກຫຼານລຸ້ນທີ 76 ຂອງຂົງຈື້, ຜູ້ອຳນວຍການວິທະຍາໄລລັດທິມາກມະຫາວິທະຍາໄລຊົນເຜົ່າສູນກາງຈີນ.ໃນສາຍຕາຂອງເພິ່ນ, ຂົງຈື້ເປັນຄົນແນວໃດ? ແລະມີບົດບາດແນວໃດຕໍ່ການສືບທອດອະລິຍະທຳຈີນ?

 

    #ແນວຄິດໃໝ່ຈາກຕຳລາບູຮານ